ຮູ້ໄວ້ໄດ້ປະໂຫຍດ..!! ວິທີປູກ ເຫັດເຟືອງ ດ້ວຍເປືອກກາເຟ ແບບງ່າຍໆຕົ້ນທຶນຕໍ່ 10 ມື້ໄດ້ເກັບ.

+ ການປູກເຫັດເຟືອງດ້ວຍເປືອກກາເຟ ຫຼື ກາກກາເຟ ສິ່ງຕ້ອງກຽມມີດັ່ງນີ້:

– ຍ່ອງເຊື້ອເຫັດເຟືອງໃຫ້ເປັນຕ່ອນນ້ອຍໆ– ນຳແປ້ງເຂົ້າຈ້າວຫຼືແປ້ງເຂົ້າໜຽວ 2 ບ່ວງແກງ ມາຄົນເຂົ້າກັບເຊື້ອເຫັດໃຫ້ເຂົ້າກັນ.

– ແບ່ງກ້ອນເຊື້ອເຫັດໃຫ້ໄດ້ 9 ກອງເທົ່າໆກັນ ສາມາດປູກເຫັດໄດ້ 3 ກະຕ່າ– ນຳເປືອກກາເຟແຫ້ງໄປແຊ່ນໍ້າ 1 ຊມ ໃຫ້ຊຸ່ມນໍ້າ– ຈາກນັ້ນນຳມາໃສ່ກະຕ່າອັດໃຫ້ແໜ້ນໜາ 2 ນີ້ວ.

– ນຳຜັກຕົບສົດມາຊອຍໃຫ້ເປັນຕ່ອນນ້ອຍໆຍາວບໍ່ເກີນ 1 ນີ້ວ– ໂຮຍຂອບກະຕ່າດ້ານໃນເວັ້ນບໍລິເວນເຄິ່ງກາງກະຕ່າສູງ 1 ຊມ– ນຳເຊື້ອເຫັດທີ່ຄົນເຂົ້າກັບແປ້ງ 1 ກອງ ມາໂຮຍໃຫ້ທົ່ວຊັ້ນ.

– ນຳເປືອກກາເຟທີ່ແຊ່ນໍ້າມາໂຮຍອັດໃຫ້ແໜ້ນ– ຕາມດ້ວຍຜັກຕົບອີກຄັ້ງໝາຍເຫດ: ເຮັດຂັ້ນຕອນວິທີດຽວນີ້ໃຫ້ຄົບ 3 ຊັ້ນ ໂດຍຊັ້ນເທິງສຸດຕ້ອງໂຮຍຜັກຕົບໃຫ້ທົ່ວຊັ້ນເຕັມພື້ນທີ່ຜິວບໍ່ຕ້ອງເວັ້ນແລ້ວໂຮຍເຊື້ອເຫັດໃຫ້ທົ່ວ.

ນຳກະຕ່າປູກເຫັດວາງໃວ້ກ້ອງຕົ້ນໄມ້ ເຮັດໂຄງໄມ້ໃຫ້ມີຄວາມໂຄ້ງຄອບກະຕ່າເຫັດປ້ອງກັນບໍ່ໃຫ້ນໍ້າຕົກລົງໄປໃນກະຕ່າ ເພາະຈະເຮັດໃຫ້ເຊື້ອເຫັດຟໍ ຄຸ້ມດ້ວຍຜ້າພາສຕິກ ແລະ ປິດທັບດ້ວຍສະແລນອີກຊັ້ນເພື່ອພາງແສງຊ່ວງເວລາ 5 ວັນທຳອິດປ່ອຍປະໄວ້ຫ້າມເປີດຜ້າ.

– ວັນທີ 6 ເລີ່ມເປີດຜ້າດ້ານໜ້າໂຄງໄມ້ເພື່ອລະບາຍອາກາດ ຈະເຫັນເສັ້ນໄຍເຫັດເລີ່ມເດີນ ແລະ ເມື່ອດອກເຫັດມີຂະໜາດເທົ່າເມັດແຟບ ຄວນເປີດຜ້າພາສຕິກອອກເຫຼືອໄວ້ແຕ່ສະແລນ.

– ວັນທີ 8 ເລີ່ມມີດອກເຫັດເຟືອງໃຫ້ເກັບ– ວັນທີ 9 ດອກເຫັດຈະຍັງບໍ່ຫຼາຍ– ວັນທີ 10 ແລະ 11 ຈະມີດອກຫຼາຍທີ່ສຸດຈາກນັ້ນຄ່ອຍຫລຸດລົງໝົດໄປພາຍໃນ 14 ວັນ.

ຖ້າຕ້ອງການໃຫ້ມີເຫັດອອກມາຂາຍໄດ້ທັງເດືອນແມ່ນຂຶ້ນຢູ່ກັບການບໍລິຫານຈັດການໃນເລື່ອງວາງແຜນການປູກເຫັດແຕ່ລະຊຸດໃຫ້ທະຍອຍອອກດອກໄດ້ຢ່າງຕໍ່ເນື່ອງ ຢ່າງໜ້ອຍຕ້ອງມີໂຄງປູກເຫັດ 3 ຊຸດ ຈຶ່ງຈະມີເຫັດຂາຍໄດ້ທຸກວັນ.

Lao News Time | ເວລາຂ່າວ ສຳລັບທ່ານ

Related Posts

Leave a Reply

Your email address will not be published. Required fields are marked *