ທ່ານ ທອງລຸນ ສີສຸລິດ ໂທລະເລກສະແດງຄວາມເສົ້າສະຫລົດໃຈຕໍ່ເຫດຍົນໂດຍສານຂອງຈີນເກີດອຸບັດເຫດ.

ຂປລ. ໃນວັນທີ 24 ມີນາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ໃນຕອນບ່າຍວັນທີ 21 ມີນາ 2022 ຜ່ານມາ ຍົນໂດຍສານຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERNAIRLINES ທີ່ເດີນທາງຈາກ ນະຄອນຄຸນໝິງ ແຂວງຢຸນນານ ໄປນະຄອນກວາງໂຈ ແຂວງກວາງຕຸງ ໄດ້ປະສົບອຸ ບັດເຫດຕົກຢູ່ ນະຄອນອູໂຈ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເຊິ່ງເປັນເຫດການທີ່ເສົ້າສະຫລົດໃຈເປັນຢ່າງຍິ່ງ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ ກໍຄື ປະຊາຊົນຈີນອ້າຍນ້ອງ.

ໃນນາມ ຄະນະບໍລິຫານງານສູນກາງພັກ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມໂສກເສົ້າເສຍໃຈ ມາຍັງ ສະຫາຍ ກໍຄື ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ຜ່ານສະຫາຍ ໄປຍັງຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດດັ່ງກ່າວນີ້ດ້ວຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສະຫາຍ ກໍຄື ການນໍາຂອງພັກ ແລະ ລັດຖະບານຈີນ, ລວມທັງຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈະສາມາດຜ່ານຜ່າເວລາທີ່ໂສກເສົ້າຈາກອຸບັດເຫດດັ່ງກ່າວນີ້ໄດ້ ແລະ ຈະສາມາດຟື້ນຟູຈິດໃຈຂອງຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ເປັນຢ່າງດີ.ໂອກາດດຽວກັນ, ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ສະຫາຍ ຫລີ ເຄີສຽງນາຍົກ ລັດຖະມົນຕີແຫລ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ສະຫາຍ ຫວັງອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຕໍ່ເຫດການດັ່ງກ່າວ ເຊັ່ນດຽວກັນ.

ສຶກສາ-ໄອທີ Education -IT News

Related Posts

Leave a Reply

Your email address will not be published. Required fields are marked *