ແຈ້ງການເລື່ອງ ການສັກວັກຊີນ ເຂັມກະຕຸ້ນ (ເຂັມ 3 ແລະ ເຂັມ 4)ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສັກວັກຊີນປ້ອງກັນໂຄວິດ -19 ໃຫ້ບັນລຸຄາດໝາຍ ແລະ ເພື່ອກະຕຸ້ນການສ້າງພູມຄຸ້ມຮ່າງກາຍໃຫ້ຕໍ່ເນື່ອງ, ຫລຸດຜ່ອນອາການຮຸນແຮງ ໃນເວລາຕິດເຊື້ອ ຂອງພະຍາດໂຄວິດ – 19, ກົມອະນາໄມ-ສົ່ງເສີມສຸຂະພາບ ຈື່ງອອກແຈ້ງການແນະນຳດ້ານວິຊາການ ດັ່ງລຸ່ມນີ້:

1. ກົມອະນາໄມ-ສົ່ງເສີມສຸຂະພາບ ຂໍແຈ້ງມາຍັງທ່ານຫົວໜ້າພະແນກສາທາລະນະສຸກນະຄອນຫຼວງ ແລະ ພະແນກສາທາລະນະສຸກແຂວງ 17 ແຂວງ ໃຫ້ຊາບກ່ຽວກັບການສັກວັກຊີນກັນພະຍາດໂຄວິດ-19 ເຂັ້ມກະຕຸ້ນຮອບ 2(ເຂັ້ມ4) ໃຫ້ແກ່ກຸ່ມເປົ້າໝາຍບຸລິມະສິດ ແລະ ກຸ່ມທົ່ວໄປແຕ່ອາຍຸ 18 ປີຂື້ນໄປ2. ໃຫ້ບໍລິການ ສັກວັກຊີນ ໂຄວິດ 19 ສັກເຂັມກະຕຸ້ນຮອບ 2 (ເຂັ້ມ4) ພາຍຫຼັງໄດ້ຮັບເຂັ້ມກະຕຸ້ນຮອບ1 (ເຂັມ3) ຊຶ່ງຫ່າງກັນ 3 ເດືອນຂຶ້ນໄປ ໃຫ້ກຸ່ມເປົ້າໝາຍທີ່ເປັນບຸລິມະສິດເຊັ່ນ:
– ກຸ່ມພະນັກງານສາທາລະນະສຸກກຸ່ມພະນັກງານທີ່ເຮັດວຽກປ້ອມດ່ານຫນ້າທີ່ມີຄວາມສ່ຽງ ເຊັ່ນ: ພະນັກງານການທູດ, ຜູ້ເດີນທາງເຂົ້າ-ອອກ, ພະນັກງານເຮັດວຽກຢູ່ດ່ານຊາຍແດນ, ກຳລັງປ້ອງກັນຊາດ ພະນັກງານກະຊວງຕ່າງໆ ແລະອົງການບໍລິການທີ່ເຮັດວຽກກັບຄົນຫຼາຍຄົນ ລວມທັງທະນາຄານ, ທ່ອງທ່ຽວ, ໂຮງຈັກໂຮງງານ ແລະ ອື່ນໆ.

– ກຸ່ມຄົນທີ່ມີພະຍາດພູມຄຸ້ມກັນບົກຜ່ອງ ຫຼື ມີພະຍາດປະຈຳໂຕ ລວມທັງຜູ້ສູງອາຍຸ 60 ປີຂື້ນໄປ3.
ເງື່ອນໄຂຜູ້ທີ່ຈະສັກເຂັ້ມກະຕຸ້ນຮອບ 2 (ເຂັມ4) ຢູ່ ສປປ ລາວຜູ້ໄດ້ຮັບວັກຊີນ J&J ຫລື Sputnik Light ຫນື່ງເຂັ້ມ ຄົບ 2 ເຂັ້ມ ໄດ້ສອງເດືອນຂຶ້ນໄປ ສາມາດສັກວັກຊິນ AstraZeneca ຫລື Pfizer ເປັນເຂັມກະຕຸ້ນທີ່ຫນື່ງ ແລະ ພາຍຫລັງເຂັມກະຕຸ້ນຫນຶ່ງໄດ້ສາມເດືອນຂື້ນໄປ.
ສາມາດຮັບວັກຊິນເຂັ້ມກະຕຸ້ນທີ່ສອງໄດ້ຜູ້ໄດ້ຮັບວັກຊິນ Sinopharm/Sinovac ຄົບ 2 ເຂັ້ມ ໄດ້ສອງເດືອນຂຶ້ນໄປ ຄວນສັກວັກຊິນ ເຂັ້ມກະຕຸ້ນຮອບທີ 1 AstraZeneda ຫລື Pfizer ແລະ ພາຍຫລັງເຂັ້ມກະຕຸ້ນຫນຶ່ງໄດ້ສາມເດືອນຂື້ນໄປສາມາດຮັບວັກຊິນ.

ເຂັ້ມກະຕຸ້ນທີສອງໄດ້ຜູ້ທີ່ໄດ້ຮັບວັກຊິນ Sputnik V, AstraZeneda ຫລື Pfizer ຄົບ 2 ເຂັ້ມ ໄດ້ສາມເດືອນຂຶ້ນໄປ ສາມາດສັກວັກຊິນ ເຂັ້ມກະຕຸ້ນຮອບທີ 1 ໃຊ້ວັກຊິນ AstraZeneca ຫລື Pfizer ແລະ ພາຍຫລັງເຂັ້ມ.
ກະຕຸ້ນຮອບນຶ່ງ(ເຂັ້ມ3)ສາມເດືອນຂື້ນໄປສາມາດຮັບວັກຊິນເຂັ້ມກະຕຸ້ນທີ່ສອງ (ເຂັມ4) AstraZeneda ຫລື.
Pfizer ໄດ້ວັກຊີນທີ່ຈະໄດ້ຮັບໃນໄລຍະນີ້ແມ່ນວັກຊີນ AstraZeneda ຫຼື Pfizer ລາຍລະອຽດແມ່ນ ໃຫ້ກວດເບິ່ງ ປະຫວັດການ ຮັບວັກຊີນຜ່ານມາ ແລະ ອີງໃສ່ຄູ່ມື.
ຕາຕະລາງການໃຫ້ວັກຊີນສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ພາຍຫຼັງປິ່ນປົວດີແລ້ວ 2 ເດືອນ ສາມາດມາຮັບວັກຊີນໂຄວິດໄດ້ເລີຍບໍ່ວ່າຈະເປັນເຂັມ 1, ເຂັ້ມ 2 ຫຼື ເຂັ້ມກະຕຸ້ນກໍຕາມໂດຍອີງໃສ່ຕາຕະລາງການໃຫ້ວັກຊີນຜ່ານມາ.

– ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ສັກເຂັ້ມກະຕຸ້ນຮອບ 1 (ເຂັມ3) ໃນໄລຍະນີ້ແມ່ນອະນຸຍາດໃຫ້ແຕ່ໃຊ້ວັກຊີນ Pfizer ເທົ່ານັ້ນ ໃນສະເພາະແຂວງ ຫຼື ເມືອງທີ່ມີເງື່ອນໄຂໃຊ້ວັກຊີນຊະນິດນີ້.ສຳລັບໂຮງຫມໍ ທີ່ຢູ່ຫ່າງໄກ ເດີນທາງ.
ໄປມາຫຍຸ້ງຍາກ ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ໃຊ້ວັກຊີນ Sinopharm/Sinovac ເປັນເຂັ້ມກະຕຸ້ນ.ສໍາຄັນໃນກຸ່ມອາຍຸ 12-17 ປີ ແມ່ນຍັງບໍ່ອະນຸຍາດໃຫ້ສັກວັກຊີນ.
ເຂັ້ມກະຕຸ້ນຮອບ 2 (ເຂັມ4) ຢ່າງເດັດຂາດ.4. ການສັກວັກຊີນເຂັ້ມກະຕຸ້ນຮອບ 1 (ເຂັມ 3) ແລະ ເຂັ້ມກະຕຸ້ນຮອບ 2(ເຂັ້ມ4) ແມ່ນໃຫ້ຈັດຕັ້ງປະຕິບັດສຳເລັດກ່ອນປີໃຫມ່ລາວໃນທົ່ວປະເທດ ໂດຍ ນຳໃຊ້ວັກຊີນ AstraZeneca ເປັນບູລິມະສິດ ໃນກຸ່ມອາຍຸ 18 ປີຂຶ້ນໄປ ໃຫ້ໄດ້ໃຊ້ໄວເທົ່າທີ່ໄວ ກ່ອນວັກຊີນຈະຫມົດອາຍຸໃນເດືອນມີນາ ແລະ ເມສາ.
5. ໃຫ້ເພີ້ມທະວີວຽກງານໂຄສະນາສຸຂະສຶກສາ ໃຫ້ຂໍ້ມູນເຂົ້າຮອດເຂົ້າເຖິງກຸ່ມເປົ້າໝາຍໂດຍສະເພາະຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ແມ່ລູກອ່ອນ6.
ມອບໃຫ້ສຳນັກງານອົງການ ຫົວໜ່ວຍທຸລະກິດ ຄອບຄົວ ໄດ້ມີການຕິດຕາມກວດກາ ເບິ່ງສະມາຊິກຂອງຕົນເອງ ມີໃຜທີ່ຍັງບໍ່ໄດ້ສັກ ເມື່ອຄົບກຳນົດຕາມໄລຍະເວລາຂອງການສັກ ທີ່ໄດ້ກ່າວມາຂ້າງເທິງນັ້ນຈົ່ງໄດ້ມີການຈັດຕັ້ງປຸກລະດົມກັນອອກມາສັກ ໃຫ້ຄົບຕາມໄລຍະທີ່ໄດ້.

ກຳນົດ,ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານຫົວຫນ້າພະແນກສາທາລະນະສຸກແຂວງ ເພື່ອຊາບ ແລະ ຊີ້ນຳຫນ່ວຍງານຮັບຜິດຊອບໃນຂັ້ນແຂວງ ຂັ້ນເມືອງ ແລະ ໂຮງໝໍນ້ອຍ ໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນສຳເລັດຕາມຄາດຫມາຍ.