ອອກມາຮັບຜິດຊອບສາ..!! ຍ່າງຈະໄປຫາພໍ່ທີ່ນອນຢູ່ນາ ແລ້ວຖືກລົດຕຳເສຍຊີວິດ ຄູ່ກໍລະນີລົບໜີ.

ສຳຫຼັບໂພສນີ້ຢາກຂໍຄວາມຊ່ວຍເຫຼືອຈາກເພື່ອນເຟສບຸກແຊຕໍ່ໆກັນໃຫ້ດ້ວຍ ເພື່ອວ່າຄູ່ກໍລະນີຈະໄດ້ຮູ້ເຫັນ ແລະອອກມາຮັບຜິດຊອບໃນສິ່ງທີ່ໄດ້ພາດພັ້ງໄປ(ພ້ອມທັງເຮັດບຸນໄຖ່ບາບ) ຖ້າເພື່ອນເຟສຮູ້ເບາະແສຂໍ້ມູນກໍ່ຂໍຄວາມຊ່ວຍເຫຼືອໃຫ້ຂໍ້ມູນເພີ່ມເຕີມແກ່ຄອບຄົວຂ້າພະເຈົ້າ ຫຼືຕຳຫຼວດ.

ນ້ອງສາວຂ້າພະເຈົ້າ(ນາງຫຼຽນ ບຸນພັນໄຊ ອາຍຸ 34ປີ)ໄດ້ຖືກລົດຕຳ(ໃນຂະນະທີ່ຍ່າງຢູ່ແຄມທາງເພື່ອໄປຫາພໍ່ທີ່ນອນຢູ່ນາ)ລະຫວ່າງບ້ານນ້ຳແງ້ນ(ເມືອງນ້ຳທາ ແຂວງຫຼວງນ້ຳທາ)ຫາໂຮງຮຽນມັດທະຍົມນ້ຳແງ້ນ (ແຄມທາງເບື້ອງຂວາມີຮ່ອງເໝືອງໃຫຍ່) ແລ້ວຖືກລົດຕຳເສຍຊີວິດ ໃນຕອນເຊົ້າ ວັນເສົາ ທີ19/3/2022 ເວລາຄາດຄະເນ6ໂມງເຖິງ6ໂມງປາຍ.

ປະມານ7ໂມງຍັງໃນຕອນເຊົ້າດຽວກັນໄດ້ມີຜູ້ພົບເຫັນສົບຕົກຟູໃນນ້ຳຮ່ອງເໝືອງ ຕຳຫຼວດກໍ່ໄດ້ມາເກັບຂໍ້ມູນຫຼັກຖານເພື່ອສັນລະສູດແລະຕາມຫາຄູ່ກໍລະນີ. ສຳລັບລົດຜູ້ຕຳແມ່ນໂກບຂ້າງຫັກປະມານ1ສອກ(ສີຂາວ). ຕາໜ້າເບື້ອຂວາແຕກຫັກ ຕົກໃນທີ່ເກີດເຫດ.

ໃນເວລາເກີດເຫດມີຊາວບ້ານຍິນສຽງແລະເຫັນເຫດການເລັກນ້ອຍ ແລະໄດ້ຫຼຽວເບິ່ງເຫັນລົດຄັນດັ່ງກ່າວຈອດເບິ່ງບຶດໜຶ່ງແລ້ວຂັບອອກໄປ ບໍ່ຮູ້ວ່າທ່ານຮູ້ວ່າຕຳຄົນຫຼືບໍ່ ເພາະວ່າຕອນນັ້ນາ

ເຖິງຢ່າງໃດກໍ່ຕາມຄອບຄົວຂ້າພະເຈົ້າຂໍວອນໃຫ້ທ່ານອອກມາຮັບຜິດຊອບໃນສິ່ງທີ່ພາດພັ້ງໄປ ທາງຄອບຄົວຜູ້ເສຍຊີວິດກໍ່ບໍ່ໄດ້ຄິດວ່າຈະເອົາໂທດເອົາໂພຍທ່ານຮ້າຍແຮງຫຍັງ ເຊື່ອວ່າຢູ່ໃນຂອບເຂດທີ່ເໝາະສົມ ແລະ ບໍ່ພໍໃຫ້ທ່ານເດືອດຮ້ອນຫຍັງຫຼາຍ.

ຂໍຄວາມເຫັນໃຈຈາກທ່ານ ຂ້າພະເຈົ້າສົງສານພໍ່ແມ່ຄອບຄົວລວມທັງຕົວຂ້າພະເຈົ້າເອງທີ່ໄດ້ສູນເສຍຄົນທີ່ຮັກແລ້ວຍັງໄດ້ມາຮັບຜິດຊອບຄ່າໃຊ້ຈ່າຍເອງແລະບໍ່ໄດ້ຮັບຄຳຂໍໂທດຈາກຜູ້ຕຳ ທັ້ງໆທີ່ຄອບຄົວພໍ່ແມ່ກໍ່ຫຍຸ້ງຍາກຂາດເຂີນແລະທຸກມາທັ້ງຊີວິດ(ຕະຫຼອດຊີວິດຂອງພໍ່ແມ່ກໍ່ເກືອບວ່າຍັງບໍ່ໄດ້ພົບກັບຄວາມສຸກຄວາມສະບາຍຍ້ອນຄວາມທຸກຍາກ)

ໃນເມື່ອມາເກີດເລື່ອງແບບນີ້ອີກ ພໍ່ແມ່ກິນບໍ່ແຊບນອນບໍ່ຫຼັບ ກາງຄືນກໍ່ລຸກຂຶ້ນມາໄຫ້ຄົນດຽວ ແລະ ອີກຢ່າງທ່ານຮູ້ບໍ່ວ່າຄົນທີ່ທ່ານຕຳລາວມີຄວາມທຸກຍາກເຂັນໃນມາເກືອບທັງຊີວິດຫາກໍ່ຈະເລີ່ມມີຄວາມສຸກຂຶ້ນມາໜ້ອຍໜຶ່ງໄລຍະຫຼັງນີ້ ລາວພະຍາຍາມຮັກສາສຸຂະພາບໃຫ້ດີຂຶ້ນເພື່ອທີ່ຈະໄດ້ດຳລົງຊີວິດໃຫ້ມີຄວາມສຸກປົກກະຕິ ລາວມີລູກຊາຍອາຍຸ 15ປີ ທີ່ວັນນີ້ຕ້ອງມາຂາດແມ່ໄປ ໄລຍະຜ່ານມາເຖິງວ່ານ້ອງສາວຂ້ອຍລາວຈະມີການເຈັບປ່ວຍລາວກໍ່ຍັງຝືນຫາເງິນເພື່ອລ້ຽງຕົວເອງ ແລະ ເພື່ອຈະໄດ້ມີອັນໃຫ້ລູກໃຊ້ຈ່າຍ ລາວຫ່ວງລູກລາວຫຼາຍທັງໆທີ່ລາວກໍ່ປ່ວຍ.

ລາວເປັນຄົນໃຈກ້ວາງຂວາງຮັກພໍ່ແມ່ພີ່ນ້ອງທຸກຄົນ ລາວທຸກຍາກລຳບາກແຕ່ລາວແບ່ງປັນຄົນອື່ນສະເໝີ ລາວມີຄວາມເປັນຫ່ວງຕໍ່ທຸກຄົນທີ່ຢູ່ອ້ອມຂ້າງ ລາວມີຈິດໃຈເພື່ອສັງຄົມ ຊາວບ້ານຫຼາຍໆຄົນຮັກແລະເຫັນໃຈລາວສະເໝີລາວຄືລູກທີ່ພໍ່ຂ້ອຍຮັກແລະເປັນຫ່ວງທີ່ສຸດມາທັ້ງຊີວິດ ເພາະວ່າທັງຊີວິດຂອງລາວມີແຕ່ຄວາມອາພັບ ຖ້າທ່ານຫາກຮູ້ເຫັນແລ້ວທ່ານບໍ່ມາຮັບຜິດຊອບມັນຈະກາຍເປັນບາບກຳຕິດໃຈທ່ານໄປຕະຫຼອດຊີວິດຄືກັນ.

ມັນຈະສ່ຳກັບວ່າທ່ານມາຮັບເອົາຄວາມທຸກທີ່ລາວມີມາເກືອບ20ປີ ແລ້ວທ່ານຈະທຸກພາຍໃນຈິດໃຈຫຼາຍກ່ວາລາວເປັນທະວີຄູນ ທ້າຍນີ້ຂໍຂອບໃຈແລະຮູ້ບຸນຄຸນນຳທ່ານຜູ້ຊ່ວຍແຊ ໃຫ້ຂໍ້ມູນຕ່າງໆ ພ້ອມທັງທຸກໆທ່ານທີ່ສະແດງຄວາມເສຍໃຈແລະຮ່ວມກິນທ່ານນຳຄອບຄົວຂ້າພະເຈົ້າ ຂໍໃຫ້ທ່ານມີຄວາມສຸກແລະສຸຂະພາບແຂງແຮງ. ຂໍ້ມູນຕິດຕໍ່ 02022372737. 02058771777. 02056489056.

ແຫຼ່ງທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *