ລົດໃຫຍ່ຕຳຮ້ານປີ້ງຈີນ.

ວັນທີ 23/3/2022 ເວລາປະມານ 20:10 ໂມງ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີລົດໃຫຍ່ເສຍຫຼັກຕຳຮ້ານປີ້ງຈີນທີ່ເຂດເສັນທາງ 11 ແຍກ ບ້ານຫົວເມືອງເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ໃນຈຸດເກິດເຫດມີຜູ້ບາດເຈັບ 3 ຄົນ ຍິງ 1ຄົນມີບາດມີແຜທະລອກຕາມໂຕ, ຜູ້ທີ 2 ເປັນເພດຊາຍ ບາດເຈັບຂາຫັກເບື້ອງຊ້າຍ ແລະ ມີແຜທະລອກຕາມໂຕ, ຜູ້ທີ 3 ເປັນເພດຊາຍມີອາການເຈັບຫົວ.

ດັ່ງນັ້ນ, ທາງທີມງານ ໜ່ວຍກູ້ໄພ ສະຫວັນນະເຂດ ຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນໍາສົ່ງໂຮງໝໍ ແຂວງ ສະຫວັນນະເຂດ.

CR:ທັນເຫດການ.