ຈັບຕົວໄດ້ແລ້ວ ຜູ້ທີ່ເອົາມີດຟັນປຸ້ນເອົາລົດຜູ້ຍິງ.
ພັທ ພູມມີ ແສນຈົ່ງຮັກ ຫົວໜ້າພະແນກກອງບັນຊາການ ປກສ ເມືອງຈັນທະບູລນະຄອນຫຼວງວຽງຈັນຖະແຫຼງຕໍ່ນັກຂ່າວ ປກສ ວ່າ:

ໃນວັນທີ 18 ມີນາ 2022 ເຈົ້າຫນ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຈັບຕົວ ທ້າວ ໂຕບີ່ ອາຍຸ 27 ປີ ວ່າງງານ ບ້ານຫນອງປິງ ເມືອງຈັນທະບູລີ ທີ່ກໍເຫດປຸ້ນຊັບ ( ລົດຈັກ ) ໂດຍໃຊ້ມີດຟັນ ຜູ້ຍິງທີ່ຂີ່ລົດຈັກ ໄດ້ຮັບບາດເຈັບ.
ເຫດການດັ່ງກ່າວເກີດຂຶ້ນ ໃນຄໍ່າຄືນຂອງວັນທີ 13 ມີນາ 2022 ເວລາ 1:00 ໂມງ,ຢູ່ເສັ້ນທາງເຂດບ້ານສະ ຫວ່າງ ຜູ້ກໍ່ເຫດໄດ້ເອົາມີຟັນເຈົ້າຂອງ ໄດ້ຮັບບາດເຈັບ ( ບໍ່ໄດ້ລົດ ) ຈາກນັ້ນ ກໍເອົາຕົວຫລົບຫນີ, ປັດຈຸບັນກຳລັງ ຕິດຕາມຈັບຜູ້ຮ່ວມກໍ່ເຫດອີກຫນຶ່ງຄົນ.

ສາເຫດ ການລົງມື ແມ່ນເພື່ອປຸ້ນເອົາລົດໄປຂາຍ ເພື່ອຊື້ຢາເສບຕິດມາເສບ, ກ່ອນຈັບໂຕໄດ້ ເຈົ້າຫນ້າ ທີ່ໄດ້ຈື່ຫນ້າຈຳຕາ ຜູ້ກໍ່ເຫດ ເຄີຍຖືກຄຸກ 5 ປີ ( 2014-2019 ) ຢູ່ຄ້າຍຄຸມຂັງ ຢູ່ເມືອງຈັນທະບູລີ ໃນຂໍ້ຫາຄ້າຂາຍຢາເສບຕິດ.

ຊົມຄຼິບ.
ຂໍ້ມູນຈາກ: ຈັນສະໝອນ.
ໄລ່ຕາມກະແສຂ່າວ.