ໃນຊ່ວງທີ່ຜ່ານມາເຮົາຈະເຫັນໄດ້ວ່າລາຄາສິນຄ້າຕ່າງໆມີການປັບຕົວສູງຂື້ນໄດ້ຢ່າງຊັດເຈນບໍ່ວ່າເປັນ ລາຄາຄຳ ລາຄານໍ້າມັນ ລາຄາປຸຍ ອຸປະກອນກໍ່ສ້າງ ແລະ ລາຄາສິນຄ້າອື່ນໆ ທັ້ງທີ່ບາງລາຍການລາຄາໃນຕະຫຼາດໂລກຫຼຸດລົງເຊັ່ນ: ລາຄາທອງຄຳໃນວັນໃນວັນທີ່ 8 ມີນາ ລາຄາຕະຫຼາດໂລກຢູ່ທີ່ 2,000 ໂດລາ/ອອນ ໃນມື້ດຽວກັນນັ້ນລາຄາຄຳໃນປະເທດລາວຢູ່ທີ່ 11.8 ລ້ານກີບ/1ບາດ. ແຕ່ລາຄາຄຳວັນທີ່ 23 ມີນາ ໃນຕະຫຼາດໂລກຫຼຸດລົງຢູ່ທີ່ 1,925 ໂດລາ/ອອນ ລາຄາຄຳບ້ານເຮົາກໍ່ຄວນຫຼຸດລົງຕາມ ແຕ່ສະຖານະການບໍ່ເປັນແບບນັ້ນ ລາຄາຄຳພັດຂື້ນຮອດ 13 ລ້ານກີບ/1ບາດ ເຊິ່ງສາເຫດກໍ່ມາຈາກອັດຕາແລກປ່ຽນມີການເຫນັງຕີງຫຼາຍ ໜາຍຄວາມວ່າຕ້ອງໃຊ້ເງິນກີບປະລິມານທີ່ຫຼາຍຂື້ນໃນການຊື້ສິນຄ້າຈາກຕ່າງປະເທດ ຫຼື ເວົ້າໄດ້ວ່າ “ເງິນກີບເຮົາອ່ອນຄ່າລົງ”
1. ຫົວໜ່ວຍທຸລະກິດໃນບ້ານເຮົາຍັງບໍ່ທັນເຂັ້ມແຂງ ການຜະລິດຢູ່ບ້ານເຮົາຍັງບໍ່ເຂັ້ມແຂງໂດຍສະເພາະພາກທຸລະກິດ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍໃນການຊໍາລະສະສາງ ເມື່ອເງີນຕາມີຄວາມຕ້ອງສູງກໍ່ຈະແຂງຄ່າຂື້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ບວກກັບປະເທດເຮົາມີການນຳເຂົ້າຫຼາຍ ບໍ່ສາມາດທ້ອນເງິນຕາເປັນຄັງສຳຮອງໄດ້ເທົ່າທີ່ຄວນ ເຮັດໃຫ້ອຳນາດການຕໍ່ລອງຂອງເງິນກີບຕໍ່ເງິນຕາຕ່າງປະເທດຕໍ່າ ເຖິງແມ້ວ່າໃນຊ່ວງ 2 ປີທີ່ຜ່ານມາປະເທດລາວສາມາດສ້າງເກີນດຸນການຄ້າກໍ່ຈິງ ແຕ່ປະລິມານເງິນຕາບໍ່ເຂົ້າລະບົບທະນາຄານ.

2. ອັດຕາເງິນເຟີ້ ເຊິ່ງພາວະເງິນເຟີ້ໃນປະຈຸບັນບໍ່ແມ່ນໃນສະເພາະປະເທດລາວ ແຕ່ເກີດຂື້ນທົ່ວໂລກ ບໍ່ວ່າຈະເປັນສະຫະລັດອາເມລິກາທີ່ອັດຕາເງິນເຟີ້ເພີ່ມສູງຂື້ນໃນຮອບ 40 ປີ ປະເທດໄທໃນເດຶອນທີ່ຜ່ານມາອັດຕາເງິນເຟີ້ສູງສຸດໃນຮອບ 13 ປີ ການເພີ່ມຂື້ນເງິນເຟີ້ເຮັດໃຫ້ຕົ້ນທຶນຜູ້ຜະລິດເພີ່ມຂື້ນນຳເຮັດໃຫ້ຫຼາຍບໍລິດສັດປັບລາຄາສິນຄ້າຂື້ນເຊັ່ນ: Tesla, TOYOTA, ຫມີ່ມ່າມ່າ, ລາຄາປຸຍ, ລາຄາອາຫານ ແລະ ລາຄາສິນຄ້າອື່ນໆ ແນ່ນອນມີຜົນະທົບຕໍ່ປະເທດຜູ້ນຳເຂົ້າທີ່ຕ້ອງໃຊ້ເງິນຕາໃນປະລິມານຫຼາຍຂື້ນໃນການນຳສິນຄ້າມາຈຳໜ່າຍໃນບ້ານເຮົາ
3. ການ lockdown ການ lockdown ໃນປະເທດລາວກິນເວລາດົນພໍ່ສົມຄວນເຮັດໃຫ້ພາກຫົວໜ່ວຍທຸລະກິດໄດ້ຮັບຜົນກະທົບບໍ່ສາມາດສ້າງ Productivity ອອກສູ່ລະບົບເສດຖະກິດໄດ້ເຕັມທີ່ ປະກອບກັບປະເທດຈີນຍັງສືບຕໍ່ lockdown ຕໍ່ໄປ ເຊິ່ງຢ່າລືມວ່າຊ່ວງຫຼາຍປີທີ່ຜ່ານມາປະເທດຈີນເປັນປະເທດມາລົງທຶນໃນ ສປປ ລາວຫຼາຍສຸດ ນັ້ນໜາຍຄວາມວ່າເປັນປະເທດທີ່ນຳເງິນຕາມາໜູນວຽນບ້ານເຮົາຫຼາຍສຸດ (ໜາຍເຫດ: ຕັ້ງແຕ່ປະເທດລາວ Lockdown ເປັນຕົ້ນມາ ເງິນກີບລາວອ່ອນຄ່າເກືອບ 30% ຖ້າແອັດບໍ່ຕິດພາລະຫຍັງ ດຽວແອັດຈະມາວິເຄາະວ່າປະເທດລາວຄວນ Lockdown ອີກບໍ່)
4. ພາລະໜີ້ສິນພາກລັດ ເຊິ່ງໃນປີທີ່ຜ່ານມາມີໜີ້ສິນປະເທດລາວມີໜີ້ສິນສາທາລະນະ 72% ຂອງ GDP ໃນນັ້ນໜີ້ສິນຕ່າງປະເທດມີເຖິງ 10,610 ລ້ານໂດລາ ຄິດເປັນ 57% ຂອງ GDP ແນ່ນອນການກູ້ເງິນຕາຕ່າງປະເທດມາ ກໍ່ຕ້ອງມີພັນທະໃນການຊຳລະຄືນຕົ້ນທຶນ ແລະ ອັດຕາດອກເບ້ຍຄືນໃນອານາຄົດ ເຮັດໃຫ້ຖານະເງິນຕາພາຍໃນປະເທດມີໜ່ອຍລົງຕື່ມ

5. ມີຫຼາຍສະກຸນເງິນໃຊ້ຈ່າຍໃນສັງຄົມລາວ ປະເທດລາວມີສະກຸນເງິນ ”ກີບ” ເປັນຂອງໂຕເອງກໍ່ຈີງ ແຕ່ກໍ່ປະຕິເສດບໍ່ໄດ້ວ່າໃນລະບົບເສດຖະກິດບ້ານເຮົາມີຫຼາຍສະກຸນເງິນໃນການໃຊ້ຈ່າຍໃນສັງຄົມລາວໂດຍສະເພາະ ໂດລາ, ບາດ ແລະ ນ້ອງໃຫມ່ມາແຮງກໍ່ຄືເງິນຢວນ ສົ່ງຜົນໃຫ້ຄວາມຕ້ອງການຖືເງິນກີບໜ່ອຍລົງ ເຮັດໃຫ້ຄົນຕ້ອງການຖືເງິນຕາຫຼາຍຂື້ນ ແລະ ທີ່ສຳຄັນການໃຊ້ຈ່າຍຫຼາຍສະກຸນເງິນໃນສັງຄົມເຮັດໃຫ້ທະນາຄານກາງບໍ່ສາມາດຄວບຄຸມປະລິມານເງິນໃນເສດຖະກິດໄດ້ຢ່າງມີປະສິດທິພາບ ເພາະບໍ່ຮູ້ເງິນຢູ່ຈຸດໃດແດ່.

6. ການຂື້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ (FED) ອີກປັດໄຈໜື່ງທີ່ຄົງປະຕິເສດບໍ່ໄດ້ ກໍ່ຄືນະໂຍບາຍທະນາຄານກາງສະຫະລັດມີຜົນຕໍ່ທຸກສະກຸນເງິນທົ່ວໂລກ ເນື່ອງທຸກສະກຸນເງິນທົ່ວໂລກຕ້ອງອີງຕາມເງິນໂດລາສະຫະລັດເປັນຫຼັກ ແລະ ໃນອາທິດທີ່ຜ່ານມາ Fed ໄດ້ສົ່ງສັນຍານຂື້ນອັດຕາດອກເບ້ຍນະໂຍບາຍ +0.25% ເພື່ອສະກັດກັ້ນພາວະເງິນເຟີ້ໃນສະຫະລັດ ເຮັດໃຫ້ເງິນໂດລາແຂງຄ່າຂື້ນ ໃນຂະນະດຽວກັນກໍ່ເຮັດໃຫ້ເງິນກີບອ່ອນຄ່າລົງ ເຊິ່ງປີນີ້ນັກວິຊາການຊີ້ວ່າ FED ອາດຂື້ນດອກເບ້ຍນະໂຍບາຍ 5ຫາ10 ຄັ້ງ ດັ່ງນັ້ນຜູ້ທີ່ກຳນົດນະໂຍບາຍຕ້ອງໄດ້ຕິດຕາມປະເດັ່ນນີ້ຢ່າງໃກ້ຊິດ ຖ້າບໍ່ດັ່ງນັ້ນເຮົາອາດໄດ້ເຫັນເງິນ 1 ໂດລາ = 15,000 ກີບ ຫຼື 1 ບາດ = 500 ກີບ ພາຍໃນປີນີ້ແນ່ນອນ.
ລ່າສຸດວັນທີ 23/03/2022 ຈາກໂພສທ່ານ ປອ. ນາງ ວາລີ ເວດສະພົງ ໄດ້ໂພສວ້່າ: ສະຖານະການເງິນຜັນຜວນແບບນີ້ ບໍ່ແມ່ນພາວະປົກກະຕິ ຄາດວ່າມີຜູ້ປັ່ນເງິນ ລະວັງໂຕໄວ້ແດ່ເດີ້ຖ້າບໍ່ຢຸດການກະທຳ.
