ເຕືອນຢ່າເຮັດເດີ້! ຜິດລະບຽບກົດໝາຍ ມີປະຊາຊົນບຸກລຸກເຂົ້າໄປຮົ້ວກັນຄວາມປອດໄພລົດໄຟ.

ໃນຕອນເຊົ້າຂອງວັນທີ 22 ມີນານີ້ ໄດ້ມີປະຊາຊົນບຸກລຸກເຂົ້າໄປຮົ້ວກັນຄວາມປອດໄພລົດໄຟ ເຊິ່ງເປັນພຶດຕິກຳທີ່ຜິດຕໍ່ລະບຽບກົດໝາຍ.ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 10 ລະບຸຢ່າງຊັດເຈນວ່າ ຫ້າມບໍ່ໃຫ້ປີນຝາກັ້ນ, ຂວາງທາງ, ຂ້າມທາງເມື່ອໄຟແດງ ແລະ ຫ້າມບໍ່ໃຫ້ປີນຮົ້ວ, ຮາວກັ້ນລະຫວ່າງທາງລົດໄຟກັບເຂດບໍລີເວນອ້ອມຂ້າງ.

ດັ່ງນັ້ນ, ຂໍແຈ້ງມາຍັງປະຊາຊົນທຸກທ່ານອີກຄັ້ງໜຶ່ງ ນອກຈາກການປີນຝາກັ້ນ, ປີນຮົ້ວ ແລະ ຮາວກັ້ນລະຫວ່າງທາງລົດໄຟກັບເຂດບໍລີເວນອ້ອມຂ້າງຈະຜິດຕໍ່ລະບຽບກົດໝາຍແລ້ວ, ຍັງຈະເປັນອັນຕະລາຍຕໍ່ຕົວທ່ານເອງ, ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ,

ອີກປັດໄຈໜຶ່ງລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງໃນການເບກ, ບໍ່ສາມາດເບກທັນທີໄດ້, ເຊິ່ງຫາກມີອຸບັດຕິເຫດເກີດຂຶ້ນແລ້ວກໍອາດຈະພາໃຫ້ເປັນອັນຕະລາຍເຖິງແກ່ຊີວິດຂອງປະຊາຊົນເອງໄດ້.

ພ້ອມດຽວກັນນັ້ນ, ພຶດຕິກຳດັ່ງກ່າວກໍຍັງຈະເປັນອັນຕະລາຍຕໍ່ການແລ່ນລົດ ກໍຄືເປັນອັນຕະລາຍຊີວິດຂອງຜູ້ໂດຍສານພາຍໃນລົດ ແລະ ຍັງເຮັດໃຫ້ເປັນອັນຕະລາຍຕໍ່ຊັບສິນຂອງຊາດບ້ານເມືອງ. ສະນັ້ນ, ຈິ່ງເປັນອັນຕະລາຍຢ່າງສູງຫາກບຸກລຸກເຂົ້າໄປຮົ້ວກັ້ນລົດໄຟ.

Copyright | ຄຳຄົມສອນໃຈ.

Related Posts

Leave a Reply

Your email address will not be published. Required fields are marked *