ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການ ເລື່ອງ: ໃຫ້ຈັດຕັ້ງການຜັດປ່ຽນກັນມາປະຈໍາການ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ໃນ ຮອບໃຫມ່. 

ຫ້ອງການກະຊວງແຮງງານແລະສະຫວັດດີການສັງຄົມຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານຊາບວ່າ:ມາຮອດ ປັດຈຸບັນ, ສະພາບການແຜ່ລະບາດແລະຕິດເຊື້ອພະຍາດໂຄວິດຂອງປະຊາຊົນ.

ຢູ່ນະຄອນຫລວງວຽງຈັນແລະບັນດາແຂວງ ນັບມື້ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະມື້, ສະນັ້ນ, ເພື່ອເປັນການປ້ອງກັນແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄ ວິດ-19 ບໍ່ໃຫ້ມີການຂະຫຍາຍອອກເປັນວົງກວ້າງ, ຈິ່ງແຈ້ງມາຍັງບັນດາກົມ, ອົງການອ້ອມຂ້າງກະຊວງ.

ໃຫ້ມີການຈັດຕັ້ງ ການຜັດປ່ຽນກັນມາປະຈໍາການເພື່ອແກ້ໄຂວຽກຂອງຕົນນັບແຕ່ວັນທີ 23-25 ມີນາ 2012 ໂດຍຂັ້ນຄະນະນໍາກະຊວງ ແລະ ຂັ້ນກົມ ໃຫ້ມາປະຈໍາການປົກກະຕິທັງຫມົດ.

ສ່ວນຂັ້ນພະແນກ ແລະ ວິຊາການແມ່ນມອບໃຫ້ແຕ່ລະພາກສ່ວນເປັນຜູ້ ຈັດແບ່ງກັນມາປະຈໍາການ ແລະ ໃຫ້ຮັບປະກັນການເວັ້ນໄລຍະຫ່າງ ຊຶ່ງຢ່າງຫນ້ອຍໃຫ້ມີຂັ້ນພະແນກຂອງແຕ່ລະພະແນກ 1 ທ່ານ ແລະ ຂັ້ນວິຊາການຢູ່ແຕ່ລະພະແນກ 1 ທ່ານ,

ຍົກເວັ້ນບາງພາກສ່ວນທີ່ມີຄວາມຈໍາເປັນຕ້ອງໄດ້ມາແກ້ໄຂວຽກຮີບ ດ່ວນຂອງຕົນ ແຕ່ຕ້ອງຮັບປະກັນໃນການປ້ອງກັນການແຜ່ລະບາດຢູ່ພາຍໃນກົມກອງຕົນຕາມມາດຕະການປ້ອງກັນໂຄວິດ ຂອງຄະນະສະເພາະກິດ, ກໍລະນີ, ຫາກພະນັກງານມີອາການບໍ່ສະບາຍ, ໄຂ້, ເຈັບຄໍ ແມ່ນໃຫ້ພັກຈັກໂຕເອງເພື່ອຕິດຕາມ ຮັກສາຕົນເອງ ແລະ ກວດຫາເຊື້ອພະຍາດໂຄວິດ-19 ຢ່າງທັນການ ພ້ອມລາຍງານຜົນໃຫ້ກົມກອງຂອງຕົນຮັບຊາບ.

ເພື່ອ ຫລີກຫລ່ຽງການແຜ່ລະບາດເປັນວົງກວ້າງຢູ່ພາຍໃນກະຊວງ ກໍ່ຄືຢູ່ໃນສັງຄົມ, ພ້ອມນັ້ນ, ກໍ່ໃຫ້ສືບຕໍ່ຕິດຕາມສະພາບການ ລະບາດຂອງພະຍາດໂຄວິດ-19 ຕໍ່ໄປ ແລະ ຖ້າຍັງມີລັກສະນະຮ້າຍແຮງຫລັງວັນທີ 25 ມີນາ 2022 ຈິ່ງຈະມີແຈ້ງການ ແນະນໍເພີ່ມຕື່ມ.

Related Posts

Leave a Reply

Your email address will not be published. Required fields are marked *