ສູ້ໆເດີ! ອ່ານແລ້ວຊຶ້ງ ພ້ອມນໍ້າຕາ! ແຊເປັນກໍາລັງໃຈ ໃຫ້ທັງ ກູ້ໄພ ແລະ ແພດໝໍ.

ມື້ນີ້ໄດ້ເຫັນ ຂໍ້ຄວາມທີ່ປະທັບໃຈ ຂອງ ບ່າວກູ້ໄພ 1624 Godzillaboy Monkeygod , ໂດຍໄດ້ຂຽນຂໍ້ຄວາມ ສົ່ງແຮງໃຈໃຫ້ແພດໝໍວ່າ: ເຮົາເປັນພຽງດ່ານໜ້າ….

ຖາມ:ວ່າເຮົາເມື່ອຍບໍ່?

ຕອບ:ແນ່ນອນເຮົາເມື່ອຍແຕ່ໝໍທີ່ຢູ່ໂຮງໝໍແລະແພດທີ່ຢູ່ໂຮງໝໍສະໜາມເມື່ອຍກວ່າພວກເຮົາອີກ.

ຖາມ:ວ່າເຮົາເມື່ອຍບໍ່?.

ຕອບ:ແນ່ນອນເຮົາຮ້ອນແຕ່ທ່ານໝໍເພິ່ນຍິ່ງຮ້ອນກວ່າເຮົາອີກເພ່ະເພິ່ນຕ້ອງໃສ່ຊຸດນີ້ເບິດມື້.

ຖາມວ່າ: ເຮົາສ່ຽງບໍ່?.

ຕອບ: ແນ່ນອນເຮົາມີຄວາມສ່ຽງ100%ແຕ່ແພດໝໍທີ່ເພິ່ນໃກ້ຊິດກັບຜູ້ປ່ວຍເບິດມື້ເພິ່ນມີຄວາມສ່ຽງກວ່າເຮົາ 1000%

ເຮົາເມື່ອຍເຮົາຮ້ອນເຮົາຕາຍເຮົາກະບໍ່ເປັນຫຍັງ.

ເພາະກຳລັງທີ່ສຳຄັນທີ່ສຸດຕອນນີ້ຄືກຳລັງແພດໝໍ.

ເອົາໃຈຊ່ວຍແພດໝໍທຸກທ່ານ.

Related Posts

Leave a Reply

Your email address will not be published. Required fields are marked *