ຂົວສິນຄ້າຂ້າມຊາຍເເດນໄທ-ມຽນມາໄດ້ຮັບຜົນກະທົບຈາກວາງການລະເບີດ.

ອີງຕາມການລາຍງານຈາກສຳນັກຂ່າວ ມະຕິຊົນອອນລາຍ ໃນວັນ​ທີ 14 ມີນາ​ທີ່ຜ່ານມາໃຫ້ຮູ້ວ່າ: ວັນທີ 11 ມີນາ 2022 ທີ່ຜ່ານມາເກີດເຫດການວາງລະເບີດໂດຍລັດຖະບານຕໍ່ຕ້ານມຽນມາ.

ຢູ່ຂົວມິດຕະພາບ ໄທ-ມຽນມາ ບໍລິເວນນ້ຳຕົກຕາດໂນນ ເສັ້ນທາງ ເມຍວາດີ-ໂກກະເລັກ ຫ່າງຈາກແຂວງເມຍວາດີ 20 ກິໂລແມັດ ເຊິ່ງເກິດຄວາມເສຍຫາຍເຮັດໃຫ້​ລົດ​ຂົນ​ສົ່ງ​ສິນຄ້າ​ຫຼຸດ​ລົງ​ຫຼາຍ ເນື່ອງຈາກ​ສິນ​ຄ້າ​ບໍ່​ສາ​ມາດ​ນຳ​ເຂົ້າ​ບັນ​ດາ​ແຂວງ​ພາຍ​ໃນ​ຂອງ​ມຽນ​ມາໄດ້.

ຫຼ້າສຸດ​ເຂດ​ທາງ​ຫຼວງ​ມຽນມາ​ໄດ້​ຮັບ​ການ​ປະສານ​ງານ​ຈາກ​ກົມ​ຮັກສາ​ຄວາມ​ປອດ​ໄພ​ເພື່ອ​ສ້ອມ​ແປງ​ຂົວ ແລະ ​ໄດ້​ເຮັດ​ໃຫ້​ຂົວ bailey​ ເພື່ອໃຫ້ລົດນ້ອຍແລ່ນໄປມາໄດ້ ຍົກເວັ້ນລົດບັນທຸກຂະໜາດໃຫຍ່ ແຕ່ວັນທີ 14-16 ມີນາ 2022 ສົ່ງຜົນກະທົບຕໍ່ການຄ້າຊາຍແດນໄທ-ມຽນມາ ບໍ່ສາມາດຂົນສົ່ງສິນຄ້າໄດ້ງ່າຍ.

ສໍາລັບເຫດລະເບີດຂົວທາງ ເມຍວາດີ-ກໍກາເລກ ໃນຄັ້ງນີ້ສື່ມວນຊົນທີ່ສະໜັບສະໜູນລັດຖະບານມຽນມາ ກ່າວວ່າ: ເປັນຝີມືພັນເອກຈໍແຕ້ຮ່ວມກັບ PDF.

Related Posts

Leave a Reply

Your email address will not be published. Required fields are marked *