ແຊ໌ຣ! ບອກຕໍ່ ສ້າງລາຍຮັບ ຈາກປູກຝັງ-ລ້ຽງສັດ ຫຼາຍກວ່າ 70 ລ້ານກີບ ຕໍ່ປີ..

ສ້າງລາຍຮັບ ຈາກປູກຝັງ-ລ້ຽງສັດ ຫຼາຍກວ່າ 70-100 ລ້ານກີບ ຕໍ່ປີ.

ທ່ານ ສຸດົງ ພະສະຫວັດ ລາຍງານໃຫ້ຮູ້ວ່າ: ເມື່ອກ່ອນທາງດ້ານເສດຖະກິດຄອບຄົວກໍ່ພົບຄວາມຫຍຸ້ງຍາກຂາດ ເຂີນໃນຫຼາຍດ້ານ ເນື່ອງຈາກວ່າສອງຜົວເມຍແມ່ນມາຈາກຄອບຄົວທຸກຍາກເບື້ອງຕົ້ນໄດ້ຖືເອົາ ການຜະລິດກະສິກໍາ ປູກເຂົ້າ, ປູກພືດກິນໝາກ, ລ້ຽງສັດປີກ, ແບ້ ແລະ ງົວ ຈຳນວນໜຶ່ງ.

ຕໍ່ມາເກີດມີແນວຄວາມຄິດຢາກພັດທະນາຄອບຄົວຕົນເອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໃນຕົ້ນປີ 2005 ໄດ້ນຳເອົາເງິນທີ່ໄດ້ມາຈາກການປະຢັດອົດອອມໄປຊື້ພໍ່ແມ່ພັນແບ້ ແລະ ງົວນຳຍາດພີ່ນ້ອງມາລ້ຽງ (ແບ້ 5 ໂຕ, ງົວ 5 ໂຕ) (ພໍ່ພັນ 2 ໂຕ, ແມ່ພັນ 3 ໂຕ) ໂດຍໄດ້ລ້ຽງແບບທໍາມະຊາດ ຍ້ອນຄວາມດຸໜັ່ນໃນການບົວລະບັດຮັກສາ ຈິ່ງເຮັດໃຫ້ອອກແມ່ແຜ່ລູກ.

ມາຮອດປີ 2010 ກໍ່ໄດ້ສືບຕໍ່ເອົາໃຈໃສ່ບົວລະບັດຮັກສາລ້ຽງດູຄືໃນປີຜ່ານມາ ແລະ ໄດ້ແຜ່ຂະຫຍາຍອອກແມ່ແຜ່ລູກ ໂດຍການບົວລະບັດຖືກຫຼັກການ ເອົາຢາໃຫ້ກິນ ຫຼື ສັກຢາຕາມອາຍຸ ແລະ ບົວລະບັດຮັກສາແບບເຕັກນິກໃໝ່ ຈິ່ງເຮັດໃຫ້ສັດດັ່ງກ່າວນັບມື້ນັບແຜ່ຂະຫຍາຍຂຶ້ນເລື້ອຍໆ.

ຕໍ່ມາໄດ້ເລີ່ມຂາຍ ແບບເຮັດໂຮງຂ້າສັດ ແລະ ຕອບສະໜອງລູກຄ້າຕາມທ້ອງຕະຫຼາດ ພໍ່ຄ້າທີ່ໄປເລາະຊື້ຕາມບ້ານ, ສະເລ່ຍລາຍຮັບລວມຍອດທັງໝົດ 50.000.000 ກີບ.

ເມືອເຫັນວ່າສະພາບຄວາມຕ້ອງການໃນທ້ອງຕະຫຼາດທີ່ມີທ່າອ່ຽງເພີ່ມຂື້ນ ຈຶ່ງສະເໜີຢືມເງິນທະນາຄານ ນະໂຍບາຍ ໃນປີ 2018 ສິນເຊື່ອລາຍກຸ່ມ ຈຳນວນເງິນ 30 ລ້ານກີບ ເພື່ອສົມທົບທືນຂອງຕົນທີ່ມີຢູ່ ນຳມາພັດທະນາ ພື້ນທີ່ລ້ຽງ ໂດຍເຮັດຮົ້ວ ປູກຫຍ້າຈຳນວນ 2 ເຮັກຕາ ແລະ ປ້ານຝາຍ ເພື່ອຮອງຮັບຜົນລະປູກ ແລະ ແຫຼ່ງນ້ຳໃຫ້ແກ່ສັດລ້ຽງ.

ນອກນັ້ນ ກໍ່ຍັງຮັບເກັບຊື້ງົວ ເພື່ອມາຂຸນ ແລະ ສົ່ງຂາຍໃຫ້ພໍ່ຄ້າພາຍໃນ ແລະ ຕ່າງເມືອງທີ່ຢູ່ໄກ້ຄຽງ ເຊິງສ້າງມາດສ້າງລາຍຮັບ ມີກຳໄລຫຼາຍພໍສົມຄວນ ບໍ່ພຽງເທົ່ານີ້ ຄອບຄົວຜູ້ກ່ຽວຍັງເຮັດໂຮງຂ້າສັດ ແລະ ມີຮອບໝູນວຽນຂ້າສັດຂາຍຊີ້ນ ຢູ່ໃນທ້ອງຕະຫຼາດເມືອງທ່າປາງທອງ 3 ຄັ້ງ/ອາທິດ.

ມາໃນຕົ້ນປີ 2020 ຈຶງສະເໜີຂໍກູ້ຢືມເປັນສິນເຊື່ອລາຍບຸກຄົນ ໂດຍໄດ້ສະເໜີ ແລະ ຮັບອະນຸມັດຈາກທະນາຄານນະໂຍບາຍ ຈຳນວນວົງເງິນ 150 ລ້ານກີບ ເພື່ອຊື້ພໍ່ພັນ-ແມ່ພັນງົວ ແລະ ຂະຫຍາຍພື້ນທີ່ລ້ຽງສັດໃຫຍ່ໃຫ້ກ້ວາງອອກຕື່ມອີກ.

ເຊິ່ງເຮັດໃຫ້ມີລາຍຮັບ ສະເລ່ຍ 70 ລ້ານກີບ/ປີ ທັງໝົດນີ້ແມ່ນຍ້ອນໄດ້ຮັບການຊີ້ນຳໆພາຈາກຄະນະພັກຂັ້ນເທິງ ບວກກັບຄວາມດຸໝັ່ນຂະຫຍັນພຽນຂອງສະມາຊິກພາຍໃນຄອບຄົວ ທີ່ມີຄວາມຕັດສິນໃຈ, ມີຄວາມດຸໝັ່ນຂະຫຍັນພຽນໃນການບົວລະບັດຮັກສາ ຕາມຫຼັກການທີ່ໄດ້ຮຽນມາ ປະຈຸບັນຜູ້ກ່ຽວ ມີງົວທັງໝົດ ຈຳນວນ 32 ໂຕ, ແບ້ 200 ກວ່າໂຕ, ໄກ່ 70 ກ່ວາໂຕ ແລະ ໜອງປາ 3 ໜອງ ,

ມາໃນຕົ້ນປີ 2020 ຄອບຄົວທ່ານ ສຸດົງ ພະສະຫວັດ ກໍ່ຍັງໄດ້ ປູກພືດ ເສີມ ເປັນຕົ້ນແມ່ນ ການປູກມັນຕົ້ນ ໃນເນື້ອທີ 30 ກວ່າເຮັກຕາ ເຊິ່ງສາມາດສ້າງລາຍຮັບໃຫ້ກັບຄອບຄົວຜູ້ກ່ຽວຫຼາຍ ສົມຄວນ.

Related Posts

Leave a Reply

Your email address will not be published. Required fields are marked *