ປະຕິບັດຕາມວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດ ຢູ່ພື້ນທີ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ພັຕ ຄໍາຈັນ ວິໄລ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ ໃນເດືອນ ມີນາ ປີ 2022 ມີພົນລະເມືອງແຈ້ງຄວາມວ່າ: ມີກຸ່ມຄົນເຄື່ອນໄຫວຄ້າຂາຍ ຢ າ ເ ສ ບ ຕິ ດ ຢູ່ເຂດບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນວ ຈິ່ງລົງເກັບກໍາຂໍ້ມູນພິສູດແຫຼ່ງຂ່າວ ແລະ ເຫັນວ່າມີຂໍ້ມູນຫຼັກຖານຄົບຖ້ວນ; ເວລາ 12:00 ໂມງ ຂອງວັນທີ 16 ມີນາ 2022 ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບກຸມ ທ້າວ ຈັນທະວົງ ຫຼື ກ້ວຍ ອາຍຸ 23 ປີ ກໍາມະກອນ ຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ກວດຄົ້ນພົບເຫັນ ຢ າ ບ້ າ 249 ເ ມັ ດ ຈິ່ງນໍາຕົວມາດໍາເນີນຄະດີ.

ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ຢ າ ບ້ າ ຈໍານວນ 249 ເ ມັ ດ ໃນເວລາຖືກຈັບກຸມ ເຈົ້າໜ້າທີ່ກວດພົບເຫັນແມ່ນຂອງຕົນຊື້ມາຈາກໝູ່ຄູ່ກຸ່ມແກ້ງ ເພື່ອເອົາມາຈໍາໜ່າຍຂາຍໃຫ້ໄວລຸ້ນ ເຂດບ້ານໃກ້ຄຽງ ຜ່ານມາເຄີຍຊື້ຂາຍຄັ້ງລະ 200-400 ເ ມັ ດ.
ປັດຈຸບັນ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ກໍາລັງເລັ່ງສືບສວນ-ສອບສວນ ຂະຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.