ພະຍາກອນອາກາດ ປະຈຳວັນທີ 21 ມີນາ 2022, ສ່ວນນະຄອນຫຼວງວຽງຈັນ ມີຝົນຕົກລົງມາແລ້ວເຊົ້າມື້ນີ້.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ.
ຊຶ່ງຈະເຮັດໃຫ້ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕຶ່ມອີກ.
ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 21/03/2022 ຫາ ເວລາ 07 ໂມງ ຂອງວັນທີ 22/03/2022. ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ) ອາກາດເຢັນ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 16 – 31 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 35 ອົງສາ.
ນະຄອນຫຼວງວຽງຈັນ ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 26 – 34 ອົງສາ.
ພາກກາງ,(ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50 % ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 34 ອົງສາ.
ແຂວງໄຊສົມບູນ. ອາກາດເຢັນ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 30 %. ອຸນຫະພູມໃນລະຫວ່າງ 15 – 27 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 36 ອົງສາ.
ສຳລັບ ເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 30 %. ອຸນຫະພູມໃນລະຫວ່າງ 16 – 26 ອົງສາ.