ຈາກໂພສ ເມຍທີ່ດ່າ ຜົວຈະບໍ່ມີວັນຈະເລີນ ທຳມາຫາກິນບໍ່ຂຶ້ນເພາະ ຜູ້ຊາຍ ມີສິນສູງກວ່າ ຜູ້ຍິງ 200 ເທົ່າ.

ໂດຍລະບຸວ່າ ພັນລະຍາ ທີ່ດ່າ ສາມີ ຈະບໍ່ມີວັນຈະເລີນ ທຳມາຫາກິນບໍ່ຂຶ້ນເພາະ ຜູ້ຊາຍ ມີສີນ ສູງກວ່າ ຜູ້ຍິງ200 ເທົ່າ ສາທຸ ແມ່ຊີ ຊີ້ທາງອອກຂອງຊີວິດ ຜູ້ຫຍິງຄວນໄດ້ເຫັນ ແລະ ເອົາໄປປດິບັດຕາມກັນ (ແທັກພັນລະຍາ) ເປັນສາມີທີ່ດີຕ້ອງໃຫ້ 4 ຢ່າງ.
ພັນລະຍາທີ່ດີ ຕ້ອງເກັບ 4 ຢ່າງໃຫ້.
ເລື່ອງການເງິນແກ່ຄອບຄົວ ຕາມຄວາມສາມາດຂອງໂຕເອງ ( ໃຫ້ພັນລະຍາຄວບຄຸມດ້ານການເງິນ ຂອງຄອບຄົວທັງໝົດ ) ແລະ ເຮົາຂໍເງິນໄປເຮັດວຽກມື້ລະ 20,000 ກີບ ( ແບບສາມີທີ່ດີ ເຂົາເຮັດກັນ ).

ໃຫ້ ເລື່ອງເວລາ ແກ່ຄອບຄົວ ເມື່ອຄອບຄົວຕ້ອງການໂຕສາມີ ບໍ່ຕ້ອງ ອະທິບາຍ ກໍ່ເວລາເຂົາຕ້ອງການໃຊ້ເມື່ອໄດກໍ່ຮີບໆ ມາໃຫ້ເຂົາໃຊ້ ບໍ່ວ່າ ຊັກ ລີດເສື້ອຜ້າ ເກັບກວາດຄວາມສະອາດບ້ານ ເຮັດອາຫານ ແລະ ສຳຄັນຊ່ວຍລ້ຽງລູກນຳ.

ໃຫ້ເລື່ອງການຍອມຮັບໃນສັງຄົມແກ່ຄອບຄົວ ສະແດງວ່າເວລາຈະໄປໄສ ຕ້ອງມີພັນລະຍາສະເໝີ ຫ້າມໜີໄປໄສຄົນດຽວເດັດຂາດ.
ໃຫ້ເລື່ອງໄວ້ວາງໃຈ ການເປິດເຜີຍໃນການສອບຖາມ ຫາຂ່າວ ຫາຄວາມຂອງພັນລະຍາ ( ຂໍ້ນີ້ເພື່ອໃຫ້ເຂົາບໍ່ມີຄວາມລະແວງ ) ແລະ ຍອມຮັບການຕາມລ່າຂອງພັນລະຍາໄດ້ແບບໄປເຕະບານມາຍິງມີຫນ້າທີ່ຕ້ອງເກັບໄດ້ 4 ຢ່າງ.
ຕ້ອງເກັບເງິນໄດ້ ຖ້າສາມີ ໃຫ້ ເງິນມາ ແລ້ວເກັບໃຫ້ເປັນ ບໍລິຫານການເງິນໃຫ້ເປັນ ໃນຈັງຫວະຊີວິດ ຊ່ວງໃດຊ່ວງຫນຶ່ງເກິດຕົກງານ ຫລື ບໍ່ມີອາຊີບ ເຮົາກໍ່ສາມາດທີ່ຈະນຳເງິນທີ່ເກັບສະສົມໄວ້ ຫລືມີການຈັດການບໍລິຫານການເງິນທີ່ດີໄວ້ ເພື່ອນຳມາເປັນທຶນໃນການຫາງານ ຫລື ອາຊີບໃຫມ່ ຫາກພົບຈັງຫວະທາງອອກທີ່ດີ ອາດນຳມາລົງທຶນເປັນເຈົ້າຂອງກິດຈະການໂຕເອງໄດ້ຕ້ອງເກັບຄຳເວົ້າໄດ້.

ຖ້າສາມີ ຫລື ຄົນໃນຄອບຄົວເຮັດຫຍັງ ຫລື ມີຫຍັງ ຖຽງກັນ ຫລື ມີປັນຫາເລື່ອງຫຍັງ ຊາວບ້ານຫລື ຄົນທີ່ຮູ້ຈັກ ຈະຮູ້ຫມົດທຸກເລື່ອງທີ່ເກິດຂຶ້ນ ທ່ຽວຫາພັກ ຫາພວກ ປະຈານສາມີ ຫລື ຄອບຄົວຂອງສາມີໄປ ເວລາດີກັນ ຫລື ເຫດການປົກກະຕິຂຶ້ນມາຈະເຮັດໃຫ້ ໂອກາດໃນການທີ່ຈະເລີນກ້າວໜ້າວຽກງານຂອງສາມີບໍ່ປະສົບຄວາມສຳເລັດເພາະຄຳເວົ້າຈາກພັນລະຍານັ້ນເອງ ຕ້ອງເກັບໂຕເອງໄດ້ ມີສາມີແລ້ວຍັງເຮັດເປັນຄົນເປິດໃຜຊວນໄປໄສໄປຫມົດ ຊາຍໃດຫລືຄົນໄດມາຈີບ ກໍ່ຍີ້ມ ວາງສະເໜໄປທົ່ວ.
ສາມີບໍ່ເປັນອັນທຳມາຫາກິນ ເພາະມົວແຕ່ລະແວງ ບໍ່ກໍ່ຕ່າງຄົນຕ່າງມີໃຫມ່ ສ້າງຄວາມກົດດັນແກ່ຄອບຄົວ ແລະ ລູກຫລານ ຕ້ອງເກັບສາມີໃຫ້ໄດ້ ມີສາມີແລ້ວ ເວລາມີປັນຫາກັນ ກໍ່ຍຶດຈຸດເດິນມາເປັນຈຸດຢືນ ຈຸດຢືນທີ່ວ່າຮັກກັນ ຫນ້າມືດ ຄິດແຕ່ເອົາຊະນະ ບໍ່ສົນໃຈອານາຄົດ ຄິດແຕ່ຈະໄລ່ໄປ ແບບເກັບເສື້ອຜ້າສາມີ ໂຍນ ແລະໄລ່ໃຫ້ໄປຢູ່ບ່ອນອື່ນສະໃຈ.
ແບບນີ້ເຂົາຮ້ອງໄລ່ສາມີບໍ່ແມ່ນເກັບສາມີບໍ່ວ່າຈະເກີດຫຍັງເຂົາເປັນສາມີເຮົາ ເຮົາຕ້ອງມີໜ້າທີ່ ເກັບເຂົາໄວ້ຢູ່ກັບເຮົາໃຫ້ໄດ້ ເພາະເຮົາເລືອກເຂົາເປັນສາມີແລ້ວ ຕໍ່ໃຫ້ຜິດແນວໄດ ກໍ່ຕ້ອງໃຫ້ອາໄພບໍ່ຈົ່ມດ່າໃຫ້ ເພາະການຈົ່ມດ່າບໍ່ໄດ້ເຮັດໃຫ້ມີຫຍັງດີຂື້ນມາມີແຕ່ຈະເຮັດໃຫ້ຊີວິດຂອງເຮົາຕົກຕໍ່າລົງເລື້ອຍໆ.