ໜຸ່ມຮຽນຈົບ ພໍ່ໃຫ້ເງິນເກືອບລ້ານໄປຊື້ລົດ ແຕ່ລູກເອົາໄປຊື້ຄວາຍ.

ເມື່ອວັນທີ່ 13 ທັນວາ 2564 ຜູ້ສື່ຂ່າວໄດ້ເດີນທາງໄປເຮືອນເລກທີ່ 1 ເຮືອນສ້າງຄໍ້ ຕ.ສ້າງຄໍ້ ອ.ພູພານ ຈ.ສະກົນນະຄອນ ຫຼັງຈາກຊາບວ່າເຮືອນຫຼັງດັ່ງກ່າວ ມີກະບື ຫຼື ຄວາຍເຜືອກ ມີລັກສະນະສວຍງາມ ແລະ ມີດີກີແຊ້ມປະເທດໄທບໍ່ນານມານີ້ ໂດຍມີຄົນຂໍຊື້ໃນລາຄາ 3.5 ລ້ານບາດ ແຕ່ເຈົ້າຂອງບໍ່ຂາຍ.

ເມື່ອຜູ້ສື່ຂ່າວໄປເຖິງພົບກັບທ້າວນະຣາກອນ ສີພົ້ວ ຫຼື ບິກຕໍ່ ອາຍຸ 30 ປີ ເຈົ້າຂອງຄວາຍຕົວດັ່ງກ່າວ ກຳລັງໃຫ້ຫຍ້າເຈົ້າມັງກອນທອງ ຄວາຍເຜືອກຕົວຮັກຢູ່ພໍດີ ໂດຍລັກສະນະຟາມນອກຈາກຈະລ້ຽງຄວາຍແລ້ວ ຍັງລ້ຽງສັດຊະນິດອື່ນອີກດ້ວຍເຊັ່ນ ລ້ຽງມ້າ ແພະ ກະຕ່າຍ.

ທ້າວນະຣາກອນ ກ່າວວ່າ ຕົນຈົບການສຶກສາປະລິນຍາຕີ ສາຂາສັດຕະວະແພດສາດ ມະຫາວິທະຍາໄລຂອນແກ່ນ ຫຼັງຮຽນຈົບອອກມາກໍ່ບໍ່ໄດ້ຢາກໄປເຮັດວຽກຢູ່ໃສ ອີກທັງເປັນຄົນທີ່ມັກອາຊີບກະເສດ ເຮັດໄຮ່ ເຮັດນາ ຈຶ່ງຢູ່ຊ່ວຍຄອບຄົວເຮັດກະເສດ ຫຼັງຈາກຮຽນຈົບພໍ່ເຫັນວ່າຕົນເປັນເດັກດີ ຊ່ວຍເຫຼືອວຽກພໍ່ແມ່ຕະຫຼອດ ພໍ່ເລີຍໃຫ້ລາງວັນເປັນເງິນສົດ 7.9 ແສນບາດ ເພື່ອໃຫ້ໄປຊື້ລົດຍົນຕົນຄິດວ່າຫາກນຳເງິນໄປຊື້ລົດ ເງິນນັ້ນຄົງຈະບໍ່ມີດອກມີຜົນຫຍັງ ຈຶ່ງນຳເງິນທີ່ພໍ່ໃຫ້ໄປຊື້ຄວາຍເຜືອກໄທແທ້ມາແທນ ເຮັດເອົາພໍ່ແມ່ເຖິງກັບອຶ້ງ ແລະ ຊັອກກັນທັງເຮືອນແຕ່ທ່ານກໍ່ເຂົ້າໃຈ.

ທ້າວນະຣາກອນ ກ່າວອີກວ່າ ໄດ້ລ້ຽງເຈົ້າມັງກອນທອງຢ່າງດີເໝືອນລູກຄົນໜຶ່ງເລີຍ ມີຄວາມສະງ່າ ຜິວພັນອົມຊົມພູ ລ້ຽງຢູ່ 2 ປີ ຈຶ່ງນຳສົ່ງເຂົ້າປະກວດຄວາຍງາມ ແລະ ສາມາດຄວ້າແຊ້ມປະເທດໄທປີ 2558 ຈາກມື້ນັ້ນເຖິງມື້ນີ້ ຈາກຄວາຍທີ່ຊື້ມາໃນລາຄາ 7.9 ແສນບາດ ເມື່ອບໍ່ນານມານີ້ມີຄົນມາຂໍຊື້ໂດຍໃຫ້ລາຄາ 3.5 ລ້ານບາດ ແຕ່ຕົນບໍ່ຂາຍ.

ເຊິ່ງເຈົ້າມັງກອນທອງຕົວນີ້ເຄີຍຮ່ວມສະແດງໜັງເລື່ອງບາງລະຈັນ 2 ມາແລ້ວ ປັດຈຸບັນເຈົ້າມັງກອນທອງ ໜັກປະມານ 1.500 ກ.ກ ແລະ ໄດ້ລີດນ້ຳເຊື້ອແບ່ງຂາຍໃຫ້ກະເສດຕະກອນທີ່ສົນໃຈໃນສາຍພັນ ໂດຍແບ່ງຂາຍໂດສລະ 5,000 ບາດ ຈາກຂາຍພຽງແຕ່ນ້ຳເຊື້ອເຈົ້າມັງກອນທອງພຽງຢ່າງດຽວ ກໍ່ມີລາຍໄດ້ເດືອນລະຫຼາຍໝື່ນບາດ.

Related Posts

Leave a Reply

Your email address will not be published. Required fields are marked *