ມາດຕະການການໃຊ້ເຄື່ອງສຽງ ຢູ່ໃນນະຄອນຫລວງວຽງຈັນ ຕາມຄຳສັ່ງເຈົ້າຄອງນະຄອນຫລວງວຽງຈັນ ເລກທີ 03/ຈນວ ວັນທີ 16 ມີນາ 2022.

#ຂໍ້ຫ້າມ.
ຫ້າມເປີດເຄື່ອງຂະຫຍາຍສຽງດົນຕີ ແລະ ເສບດົນຕີສົ່ງສຽງເນືອງນັນລົບກວນຄົນໃນຄອບຄົວ ແລະ ເຮືອນຂ້າງຄຽງທັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮ້ານບັນເທີງ,ຄາຣາໂອເກະ ແລະ ກິນດື່ມທຸກປະເພດການຕໍ່ຜູ້ລະເມີດ.
ຫ້າມເປີດກາຍ 23:00 ໂມງ ທັງງານ ຫລື ກິດຈະກຳ ແລະ ຮ້ານຕ່າງໆ.

#ມາດຕະການຕໍຜູ້ລະເມີດ.
ຄັ້ງທີ 1: ກ່າວເຕືອນແລະ ໃຫ້ຢຸດເຊົາທັນທີຄັ້ງທີີ.
2: ບຸກຄົນຈະຖືກປັບໃໝ 500.000-3.000.000 ກີບ ແລະ ໃຫ້ຢຸດເຊົາທັນທີ.
ນິຕິບຸກຄົນ ຈະຖືກປັບໃໝ 5-10 ລ້ານກີບ ແລະ ໃຫ້ຢຸດເຊົາທັນທີ.
ຄັ້ງທີ 3: ບຸກຄົນ ຈະຖືກປັບໄໝ 500.000-3.000.000 ກີບ.
ນິຕິບຸກຄົນ ຈະຖືກປັບໃໝ 5-10 ລ້ານກີບ ແລະ ໃຫ້ຢຸດເຊົາທັນທີ.
ຢຶດເຄື່ອງຂະຫຍາຍສຽງ ຫລື ເຄື່ອງເສຍດົນຕີ ແລະ ຫລື ນຳຕົວເຈົ້າຂອງກິດຈະກຳ ຫລື ເຈົ້າຂອງເຄື່ອງຂະຫຍາຍສຽງ ຫລືເຄື່ອງເສຍດົນຕີໄປດຳເນີນຄະດີຕາມຄຳສັ່ງ 03/ຈນວ ວັນທີ 16 ມີນາ 2022 ວ່າດ້ວຍການຫ້າມເປີດເຄື່ອງຂະຫຍາຍສຽງດົນຕີຣ.
