ລັດຖະບານໄທມີແຜນຈະຍົກເລີກຄຳສັ່ງໃຫ້ໃສ່ໜ້າກາກອະນາໃມ ເທື່ອລະກ້າວນັບແຕ່ເດືອນກໍລະກົດປີນີ້ເປັນຕົ້ນໄປ.
ເຈົ້າໜ້າທີ່ກະຊວງສາທາລະນະສຸກໄທກ່າວໃນວັນທີ17ມີນານີ້ວ່າ,ລັດຖະບານໄທມີແຜນຈະຫັນພະຍາດໂຄວິດ-19ເປັນພະຍາດທ້ອງຖິ່ນນັບແຕ່ເດືອນກໍລະກົດປີນີ້ເປັນຕົ້ນໄປ.
ເຊິ່ງຈະມີຜົນກະທົບຫຼາຍຕໍ່ມາດຕະການປ້ອງກັນ,ຄວບຄຸມແລະປິ່ນປົວພະຍາດ ພ້ອມດ້ວຍຂໍ້ກຳນົດທີ່ກ່ຽວຂ້ອງຂອງໄທ.
ລັດຖະບານຕ້ອງປັບປຸງຄຳສັ່ງສຳລັບການປ້ອງກັນພະຍາດທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບຂະບວນການປ່ຽນແປງດັ່ງກ່າວ.
ໃນນັ້ນ ຂໍ້ກຳນົດທີ່ຕ້ອງໃສ່ໜ້າກາກອະນາໃມຢູ່ສະຖານທີ່ສາທາລະນະນັ້ນກໍຈະປ່ຽນແປງ,ຄາດວ່າຮອດເວລານັ້ນຈະອະນຸຍາດໃຫ້ປະຊາຊົນບໍ່ໃສ່ໜ້າກາກອະນາໃມຢູ່ສະຖານທີ່ບາງແຫ່ງ,ສຳລັບສະຖານທີ່ແຫ່ງທຳອິດທີ່ບໍ່ຕ້ອງໃສ່ໜ້າກາກອະນາໃມ ແມ່ນສວນສາທາລະນະ.
ໃນວັນທີ7ມີນາຜ່ານມານີ້,ກອງປະຊຸມຄະນະກຳມະການພະຍາດຕິດແປດແຫ່ງຊາດໄທໄດ້ ຮັບຮອງເອົາແຜນການຫັນພະຍາດໂຄວິດ-19ເປັນພະຍາດທ້ອງຖິ່ນ.
ໂດຍໄດ້ກຳນົດບາດກ້າວຈັດຕັ້ງປະຕິບັດເປັນແຕ່ລະຂັ້ນຕອນ,ເພື່ອຫວັງຢາກໃຊ້ເວລາສີ່ເດືອນ ນັບແຕ່ນີ້ຮອດເດືອນກໍລະກົດປີນີ້ ຈະຫັນພະຍາດໂຄວິດ-19ເປັນພະຍາດທ້ອງຖິ່ນ.
#ເຈາະຈີ້ມທຸກເລື່ອງລາວadmin t