“ເຜີຍສິ່ງທີ່ເຮັດໃຫ້ແຕງໂມ” ບໍ່ມີໃຜຮູ້ ຊົມພູ່ ເປັນຄົນທີ່ຢູ່ຂ້າງ ແຕງໂມ ມາຕະຫຼອດ.

ເຜີຍພາບມື້ແຕງໂມສູນເສຍ ຊົມພູ່ ກໍ່ຢູ່ຄຽງຂ້າງ ສິ່ງທີ່ຫຼາຍຄົນບໍ່ຮູ້ ເປີດພາບນ້ຳຕາໄຫຼ ຊົມພູ່-ແຕງໂມ ໃຜວ່າຖິ້ມໝູ່ ຄົນທີ່ຮັກແລະຫວັງດີມາຕະຫຼອດ.

ຫຼັງຈາກ ນາງເອກຊຸບຕາ ຊົມພູ່ ອາລະຍາ ເປັນອີກໜຶ່ງຄົນທີ່ພົບເຈີດຣາມ່າບໍ່ໄປຮ່ວມງານອາໄລ ແຕງໂມ ພັດທະລະທິດາ (ນິດາ).

ເຊິ່ງນອກຈາກເພຈດັງ ເຈ໊ມອຍ 108 ໄດ້ອອກມາຊ່ວຍຊີ້ແຈງຫຼັງມີຄົນຕັ້ງຄຳຖາມວ່າ “ແປກແທ້ເປັນຫຍັງຊົມພູ່ບໍ່ໄປງານໄວ້ອາໄລເອື້ອຍແຕງໂມ”

ໂດຍລະບຸວ່າ “ຕອນນີ້ຊາວເນັດບາງຄົນເລີ່ມຂະບວນການລ່າແມ່ມົດ ໃຜບໍ່ໄປງານອາໄລ ແຕງໂມ ຄືຜິດ ? ມີຄົນໄປລະລານແມ່ຊົມ ວ່າແປກແທ້ !! ເປັນຫຍັງ.

ຊົມພູ່ ບໍ່ໄປງານໄວ້ອາໄລແຕງໂມ ແມ່ນ…ນາງເຄີຍຢູ່ແກ໊ງນ້ຳແຂງໃສກໍ່ແມ່ນ ແຕ່ຊ່ວຍເບິ່ງທ້ອງລາວແດ່ ປ່ອງຢູ່ຫັ້ນ.

ແລະບາງຄົນເຂົາກໍ່ຖືກັນວ່າ…ຄົນຖືພາ ຫ້າມໄປງານສົບ ແລະ ຍິ່ງຖືພາ ຍິ່ງຕ້ອງລະວັງຄົນຫຼາຍ ຍິ່ງລະວັງໂຄວິດ ຄົນເຮົາສະແດງອອກຄວາມເສຍໃຈຕ່າງກັນ ດ້ວຍຮັກ”

ດ້ານ ແອນນາ ເພື່ອນສະໜິດແຕງໂມ ເວົ້າເຖິງເລື່ອງນີ້ວ່າ ແຕ່ກ່ອນເອື້ອຍຊົມພູ່ກັບແຕງໂມສະໜິດກັນ ແຕ່ຊ່ວງຫຼັງໆບໍ່ຄ່ອຍໄດ້ເຈິກັນປານໃດແລ້ວ ຖາມວ່າເອື້ອຍຊົມມາຮ່ວມງານໂມບໍ່.

ເອື້ອຍຊົມຖືພາກຳລັງຈະເກີດເດືອນນີ້ດ້ວຍຊ້ຳການໄປງານສົບອາດຈະບໍ່ປອດໄພເລື່ອງໂຄວິດອີກດ້ວຍ ອັນນີ້ທີ່ຄົນບໍ່ຮູ້ເອື້ອຍຊົມລາວບໍ່ມາດ້ວຍຕົນເອງກໍ່ຈິງ.

ແຕ່ເອື້ອຍຫວານຈ໊ຽບມາເດີ້ ແລ້ວສົ່ງຄົນມາຊ່ວຍງານ ໃຜດຣາມ່າແມ່ຊົມຢາກໃຫ້ຢຸດ ໃຫ້ຈົບ ເອື້ອຍຊົມກັບໂມສາຍສຳພັນດີກັນມາສະເໝີ.

ຕອນນັ້ນແຕງໂມມີດຣາມ່າເຈິເອື້ອຍຊົມເທິງເຄື່ອງບິນລາວບອກເປັນຫ່ວງໂມເດີ້ ເອື້ອຍຊົມເປັນຄົນໜຶ່ງທີ່ບໍ່ວ່າລາວຈະໄປໄກສ່ຳໃດກໍ່ຕາມ ເຂົາກໍ່ມີຄວາມຫ່ວງໃຍໃຫ້ດາຣາລຸ້ນນ້ອງຫຼືຄົນທີ່ຮູ້ຈັກຕະຫຼອດ ເອື້ອຍຊົມຄືຄົນທີ່ແຕງໂມຮັກແລະຫວັງດີເຖິງເຂົາບໍ່ໄດ້ມາງານເຂົາກໍ່ຊັບພອດ.

ລ່າສຸດມີຄົນໃຫ້ຂໍ້ມູນ ຊົມພູ່ ອາລະຍາ ຈັດທີມກາດມາສະໜັບສະໜູນເພື່ອຮັກສາຄວາມປອດໄພຢ່າງເຂັ້ມງວດໃນງານໄວ້ອາໄລແຕງໂມອີກດ້ວຍ ຂະນະທີ່ແຟນຄັບຂອງ ແຕງໂມ ໄດ້ແຊພາບຂອງ ຊົມພູ່ ຢູ່ຂ້າງແຕງໂມໃນວັນທີ່ລາວສູນເສຍພໍ່.

ໂດຍແຊກັນວ່າຕອນພໍ່ແຕງໂມເສຍ ຊົມພູ່ ກໍ່ໄປງານສົບທັງໆທີ່ຕອນນັ້ນ ແຕງໂມ ບໍ່ມີກະແສໄຮ້ຄົນສົນໃຈ ແຕ່ ຊົມພູ່ ກໍ່ຍັງໄປຢູ່ຂ້າງໆ ແຕງໂມ ສິ່ງທີ່ຄົນບໍ່ໄດ້ເຫັນຜ່ານໂຊຊຽວ ບໍ່ໄດ້ແປວ່າເຂົາບໍ່ໄດ້ເຮັດຫຍັງເລີຍ.

Related Posts

Leave a Reply

Your email address will not be published. Required fields are marked *