ແສນດີຫຼາຍ ຜູ້ຈັດການຄົນແລກຂອງ ແຕງໂມ ມອບເງິນໃຫ້ ເບີດ.

ຜູ້ຈັດການຄົນແລກຂອງແຕງໂມ ມອບເງິນໃຫ້ ເບີດ ແຕ່ເບີດຂໍນຳໄປບໍລິຈາກທັງໝົດ.

ຫຼາຍຄົນຄົງຈະໄດ້ເຫັນພາບຂອງເບີດທີ່ອ່ອນນ້ອມຖ່ອມຕົນກັບທຸກຄົນ ຈົນເຮັດໃຫ້ເຂົ້າໃຈວ່າເປັນຫຍັງ ແຕງໂມ ຈຶ່ງຮັກຜູ້ຊາຍຄົນນີ້.

ເບີດ ແຟນໜຸ່ມນອກວົງການຂອງນັກສະແດງສາວຊື່ດັງ ແຕງໂມ ນິດາ ເຊິ່ງທັງຄູ່ນັ້ນຄົບຫາເບິ່ງໃຈກັນເປັນເວລາພຽງແຕ່ສອງປີເທົ່ານັ້ນ

ແຕ່ຕ້ອງບອກເລີຍວ່າຮັກຄັ້ງນີ້ຂອງລາວເປັນຮັກທີ່ລົງຕົວແລະມີຄວາມສຸກຫຼາຍໆ

ຈາກທີ່ລາວເຄີຍໄດ້ບອກເອົາໄວ້ວ່າໜຸ່ມຄົນນີ້ຄືຄົນທີ່ເຂົ້າມາເຮັດໃຫ້ຊີວິດລາວປ່ຽນໄປໃນທາງທີ່ດີຫຼາຍຂຶ້ນທັງເລື່ອງການໃຊ້ຊີວິດຕ່າງໆ

ເຮັດໃຫ້ລາວນັ້ນໄດ້ມີມຸມມອງໃໝ່ໆແລະມີຄວາມສຸກກັບຊີວິດຫຼາຍຂຶ້ນ

ເຊິ່ງທາງດ້ານໜຶ່ງເບີດນັ້ນກໍ່ຮັກແລະຫວັງດີກັບສາວແຕງໂມຫຼາຍຢ່າງທີ່ຫຼາຍໆຄົນໄດ້ເຫັນວ່າເຂົາເຮັດທຸກຢ່າງ

ເພື່ອແຟນສາວໂດຍທີ່ບໍ່ເຄີຍຫວັງຜົນຫຍັງຕອບແທນແມ່ນແຕ່ຄັ້ງດຽວ

ເຖິງວ່າການຈາກໄປຂອງ ແຕງໂມ ຈະເຮັດໃຫ້ ເບີດ ຍັງທຳໃຈບໍ່ໄດ້ ແຕ່ເຈົ້າຕົວກໍ່ພະຍາຍາມຊ່ວຍດູແລງານໄດ້ເປັນຢ່າງດີເຊິ່ງຫຼາຍໆຄົນ

ກໍ່ໃຫ້ຄວາມສົນໃຈເຂົາຄົນນີ້ເປັນຢ່າງຫຼວງຫຼາຍເພາະເຈົ້າຕົວນັ້ນບໍ່ໄດ້ມີຖານະຫຍັງຂາຍເຄື່ອງສ້າງທຸກຢ່າງດ້ວຍຕົວເອງແລະພະຍາຍາມຈະເຮັດໃຫ້ຕົວເອງດີຂຶ້ນເພື່ອແຟນສາວຕະຫຼອດມາ

ອ້າຍວຸດ ອະດີດຜູ້ຈັດການສ່ວນຕົວຂອງສາວ ແຕງໂມ ທີ່ໃກ້ຕົວນັ້ນໄດ້ຮວບຮວມທຶນກ່ວາຫ້າຫຼັກກັບເພື່ອນໆ ເພື່ອທີ່ຈະມອບໃຫ້ກັບເບີດເອົາໄວ້ຕັ້ງຕົວຫຼັງຈາກທີ່ເລື່ອງທຸກຢ່າງຈົບ

ແຕ່ທາງດ້ານ ໜຸ່ມເບີດ ເຈົ້າຕົວບໍ່ຂໍຮັບ ແລະ ຂໍໃຫ້ນຳທຶນນັ້ນໄປບໍລິຈາກໃນຊື່ຂອງແຟນສາວຢ່າງ ແຕງໂມ.

ແລະອ້າຍເອື້ອຍທີ່ຮວບຮວມກັນມາເຈົ້າຕົວບໍ່ສະບາຍໃຈທີ່ຈະຮັບເອົາໄວ້ ແລະ ບໍ່ໄດ້ຫວັງວ່າໃຜຈະມາຊ່ວຍເຫຼືອ ຫຼື ເຮັດໃຫ້ຊີວິດຂອງຕົນເອງດີຂຶ້ນ.

ແຕ່ຢາກເຮັດທຸກຢ່າງດ້ວຍຕົນເອງ ແລະ ກໍ່ໄດ້ບອກອີກວ່າຫຼັງຈາກທີ່ແລ້ວທຸກຢ່າງຈະຂໍໄປໃຊ້ຊີວິດແບບງຽບໆ

Related Posts

Leave a Reply

Your email address will not be published. Required fields are marked *