ປ້ຳບ້ານເຈົ້າລົດຕິດລະບໍ 14:00 ໂມງ 18/3/2022 ນ້ຳມັນຂຶ້ນ.

ມາລຸ້ນກັນ! ວ່າໃຜຈະໃສ່ນຳ້ມັນທັນ ແຈ້ງລ່ວງໜ້າ ຫ້າຊົ່ວໂມງ ເພື່ອບໍ່ໃຫ້ປຳ້ທັນຕັ້ງໂຕ ຫຼື ເຮົາເອງບໍ່ທັນຕັ້ງໂຕ?

ການທີ່ອອກແຈ້ງການລ່ວງໜ້າຈໍ້ແບບນີ້ ອາດຈະຫຍຸ້ງຍາກທັງຜູ້ໃຊ້ລົດ ແລະ ປໍ້າຫຼາຍກວ່າ ຫຼືບໍ?

ຖ້າແຈ້ງລ່ວງໜ້າ ກ່ອນຫຼາຍວັນ ຈະມີຜົນແນວໃດ.

ຂ່າວປັບລາຄານໍ້າມັນ.

ດ່ວນ ເລື່ອງ: ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.ເລກທີ 0301 / ອຄ ລົງວັນທີ 18 ມີນາ 2022ເລີ່ມ 18 ມີນາ, 14:00 ທົ່ວປະເທດ.

– ການປັບລາຄານ້ໍາມັນເຊື້ອໄຟ ຄັ້ງນີ້ ແມ່ນໄດ້ປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ທຸກຊະນິດ ຄື: ນ້ໍາມັນແອັດຊັງພິເສດ ປັບຂຶ້ນ 1.530 ກິບ/ລິດ,ນ້ໍາມັນແອັດຊັງທໍາມະດາ ປັບຂຶ້ນ 1.270 ກີບ/ລິດນ້ໍາມັນກາຊວນ ປັບຂຶ້ນ 1.730 ກີບ/ລິດ.

– ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ ສະບັບເລກທີ 0202/ກຄພນ, ລົງວັນທີ 17 ມີນາ 2022 ຈົນກວ່າຈະມີການປ່ຽນແປງ.

– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

– ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0260/ອຄ, ລົງວັນທີ 09 ມີນາ 2022. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າປອ.ຄໍາແພງ ໄຊສົມແພງ.

Related Posts

Leave a Reply

Your email address will not be published. Required fields are marked *