ຂ່າວດ່ວນ…ປັບຂຶ້ນລາຄານໍ້າມັນ ເລີ່ມ ວັນທີ 18/03/2022 ເວລາ 14:00.

ປັບຂຶ້ນລາຄານໍ້າມັນ ຄັ້ງທີ 7 ຂອງປີ 2022 ເລີ່ມປະຕິບັດເວລາ 14 ໂມງ 00 ວັນທີ 18 ມີນາ 2022.

ອີງຕາມແຈ້ງການ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 0301/ອຄ ລົງວັນທີ 18/03/2022,

ທົ່ວປະເທດ ຈະເລີ່ມມີການ ປັບຂຶ້ນຕື່ມ ລາຄານໍ້າມັນ ແອັດຊັງພິເສດ +1.530 ກີບ, ແອັດຊັງທໍາມະດາ +1.270 ກີບ ແລະ ກາຊວນ +1.730 ກີບ ໂດຍຈະເລີ່ມປະຕິບັດເວລາ 14:00 ວັນທີ 18 ມີນາ 2022 ເປັນຕົ້ນໄປ.

ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ ສະບັບເລກທີ 0202/ກຄພນ, ລົງວັນທີ 17 ມີນາ 2022 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0260/ອຄ, ລົງວັນທີ 09 ມີນາ 2022. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ. ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ.

Related Posts

Leave a Reply

Your email address will not be published. Required fields are marked *