ໂພສຈາກ Aling ທຸກສິ່ງເປັນໄປໄດ້ດ້ວຍພະລັງຈິນຕະນາການໂພສຂໍ້ຄິດໄວ້ເຕືອນສະຕິຄົນດີຫຼາຍ ກ່ຽວກັບການຄົບຄົນ, ການເບິ່ງຄົນ ບໍ່ວ່າຈະໝູ່ເພື່ອນຫຼື ຄົນຮັກ.

ເພາະບາງຄົນມີໝູ່ຫຼາຍໆ ແຕ່ຄົນຈິງໃຈນໍາແທ້ອາດບໍ່ມີເລີຍ ຫຼື ຖ້າມີກໍມີນ້ອຍບາງຄົນໝູ່ຄູ່ບໍ່ຫຼາຍແຕ່ທຸກຄົນຍ່ອມໃຈຕໍ່ໃຈໃສ່ກັນ ດັ່ງຄໍາທີ່ເພິ່ນວ່າ ເບິ່ງຄົນໃຫ້ເບິ່ງຍາມເຮົາລໍາບາກ ແລະ ພົບບັນຫາມີໃຜແນ່ຍັງຢູ່ກັບເຮົາດ ໃຜແນທີ່ຄອຍຊ່ວຍເຫຼືອຊັບພອດເຮົາ.

ຍິ່ງເປັນຄູ່ຊີວິດທີ່ຄຽງຂ້າງແລ້ວ ຍິງຕ້ອງໄດ້ພິຈາລະນາ ແລະ ຜ່ານບົດພິສູດຫຼາຍໆຢ່າງເຊິ່ງໂພສດັ່ງກ່າວກໍໄດ້ໂພສວ່າແບບນີ້“ ຢ່າຫຼົງໄຫຼຄົນທີ່ເຂົ້າມາ ໃນເວລາທີ່ເຮົາສະບາຍ.

ແຕ່ຈົ່ງຫຼົງຮັກຄົນທີ່ບໍ່ຖິ້ມເຮົາໃນເວລາທີ່ເຮົາລຳບາກ ”ແມ່ນຫຼືບໍ່ທຸກຄົນ ຝາກໄວ້ໃຫ້ເບິ່ງໃຫ້ເຕືອນໆກັນ ແຊບອກຕໍ່ໆກັນ.
.ຈາກ: KhuAling.
Copyright | ຄຳຄົມສອນໃຈ.