ສານໂລກສັ່ງໃຫ້ຣັດເຊຍຢຸດການເຄື່ອນ​ໄຫວ​ທາງ​ທະຫານ.

ສານໂລກສັ່ງໃຫ້ຣັດເຊຍຢຸດການເຄື່ອນ​ໄຫວ​ທາງ​ທະຫານ.

ສານຍຸຕິທໍາລະຫວ່າງປະເທດ (ICJ) ຫຼື ສານໂລກ ມີມະຕິດ້ວຍຄະແນນສຽງ 13-2 ໃຫ້ຣັດເຊຍຢຸດການເຄື່ອນໄຫວທາງທະຫານໃນຢູເຄຣນໂດຍທັນທີ. ນອກຈາກນີ້ ສານຍັງກ່າວວ່າ.

ຣັດເຊຍຕ້ອງສັ່ງໃຫ້ກອງກໍາລັງອື່ນໆພາຍໃຕ້ການນໍາພາຂອງຣັດເຊຍ ໃຫ້ຢຸດການດໍາເນີນການເຄື່ອນໄຫວທາງທະຫານເຊັ່ນກັນ. ກ່ອນໜ້ານີ້ ຢູເຄຣນຮຽກຮ້ອງໃຫ້ສານຕີຄວາມສົນທິສັນຍາປີ 1948 ວ່າດ້ວຍການປ້ອງກັນການທໍາລາຍລ້າງເຜົ່າພັນ.

ໂດຍຄໍາຟ້ອງຂອງຢູເຄຣນລະບຸວ່າ ຣັດເຊຍໄດ້ຕີຄວາມສົນທິສັນຍາດັ່ງກ່າວຜິດ. ປະທານນາທິບໍດີຣັດເຊຍ ທ່ານ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ ກ່າວວ່າ ການທີ່ຣັດເຊຍໃຊ້ປະຕິບັດການພິເສດທາງການທະຫານຕໍ່ຢູເຄຣນເປັນໄປຕາມຄວາມຊອບທໍາ.

ເພື່ອປ້ອງກັນປະຊາຊົນໃນຢູເຄຣນຕາເວັນອອກຈາກການກົດຂີ່ ແລະ ທໍາລາຍລ້າງເຜົ່າພັນຍາວນານເຖິງ 8 ປີ. ຢູເຄຣນກ່າວວ່າ ບໍ່ມີຫຼັກຖານທີ່ສະແດງວ່າ ມີການທໍາລາຍລ້າງເຜົ່າພັນເກີດຂຶ້ນໃນຢູເຄຣນຕາເວັນອອກ ແລະ ຢູເຄຣນຮຽກຮ້ອງຕໍ່ສານ ເພື່ອໃຫ້ມີຄໍາພິພາກສາວ່າ ຣັດເຊຍບໍ່ມີອໍານາດຕາມກົດໝາຍທີ່ຈະເຮັດການໂຈມຕີຢູເຄຣນໂດຍໃຫ້ເຫດຜົນວ່າ ເພື່ອປ້ອງກັນການທໍາລາຍລ້າງເຜົ່າພັນ.

ເຖິງແມ່ນວ່າທີ່ຜ່ານມາ ສານໂລກມັກໃຊ້ເວລາຫຼາຍປີກ່ອນທີ່ຈະມີການຕັດສິນຄະດີເຖິງທີ່ສຸດລະຫວ່າງລັດທີ່ເປັນຄູ່ຂັດແຍ້ງ ແຕ່ສານໂລກກໍມີຂະບວນການເລັ່ງລັດພິຈາລະນາຄະດີ ແລະ ມີອໍານາດໃນການອອກຄໍາສັ່ງຄຸ້ມຄອງຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ສະຖານະການໂຫດຮ້າຍຂຶ້ນ ກ່ອນທີ່ຈະເຮັດການພິພາກສາໃນປະເດັນພື້ນຖານອື່ນໆ.

ຄໍາຕັດສິນຂອງສານແມ່ນ ມີພັນທະທາງກົດໝາຍທີ່ປະເທດຕ່າງໆຕ້ອງປະຕິບັດຕາມ. ເຖິງຢ່າງໃດກໍຕາມ ສານໂລກບໍ່ມີອໍານາດບັງຄັບໃຊ້ໂດຍກົງ ແລະ ຜ່ານມາກໍມີບາງປະເທດທີ່ບໍ່ປະຕິບັດຕາມຄໍາຕັດສິນຂອງສານ.

ເຊິ່ງຖ້າເກີດກໍລະນີດັ່ງກ່າວ ສານໂລກກໍຈະສົ່ງເລື່ອງເຂົ້າສູ່ການພິຈາລະນາຂອງຄະນະສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໂດຍໃນກໍລະນີຂອງຢູເຄຣນ, ຣັດເຊຍເຊິ່ງເປັນຄູ່ຂັດແຍ້ງສາມາດໃຊ້ອໍານາດໃນຖານະຊະມາຊິກຖາວອນ ໃຊ້ສິດທິຕອບໂຕ້ຕໍ່ມະຕິຂອງ UNSC ເຮັດໃຫ້ຄໍາຕັດສິນຂອງສານໂລກບໍ່ມີຜົນກະທົບໃດໆຕໍ່ຣັດເຊຍ ຖ້າຫາກຣັດເຊຍເມີນເສີຍຕໍ່ຄໍາສັ່ງດັ່ງກ່າວ.

ທີ່ມາ: ລາວໂພສ.

Related Posts

Leave a Reply

Your email address will not be published. Required fields are marked *