ນັກເຕະຟອມຮ້ອນແຮງທີ່ສຸດ! ບຸນພະຈັນ ຍິງ 2 ປະຕູນັດເປີດລະດູການລີກສູງສຸດຂອງ ສປປ ລາວ 2 ປີຊ້ອນ.

ບຸນພະຈັນ ບຸນກອງ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ສະໂມສອນຊັ້ນນໍາໃນລີກສູງສຸດຂອງ ສປປ ລາວ ສາມາດຮັກສາຟອມການຫຼິ້ນຢ່າງໂດດເດັ່ນດ້ວຍການຍິງ 2 ໄດ້ໃນນັດເປີດລະດູການໄດ້ 2 ປີຕິດຕໍ່ກັນ ຫຼັງນັດເປີດລະດູການ 2022 ສາມາດຍິງ 2 ປະຕູຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ເກັບ 3 ຄະແນນທໍາອິດໄດ້ສໍາເລັດເມື່ອທ້າຍອາທິດທີ່ຜ່ານມາ.

ຫວນຄືນໄປລະດູການ 2021 ໃນເປບຊີ ລາວລີກ 1 ນັດເປີດລະດູການ ບຸນພະຈັນ ສາມາດຍິງໄດ້ 2 ປະຕູຊ່ວຍໃຫ້ກັບ ຊ້າງນ້ອຍ ເອັຟຊີ ເອົາຊະນະ ເອສະຣາ ເອັຟຊີ 3-1 ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ ເກັບ 3 ຄະແນນທໍາອິດ.

ແນ່ນອນ ບຸນພະຈັນ ບຸນກອງ ສາມາດພັດທະນາຂຶ້ນຢ່າງໂດດເດັ່ນ ໂດຍສະເພາະເມື່ອວັນທີ 12 ມີນາທີ່ຜ່ານມາ ລົງສະໜາມໃນພຽງເຄິ່ງເວລາທີ 2 ກໍສາມາດລະເບີດຟອມເກັ່ງຍິງໄປ 2 ປະຕູຊ່ວຍໃຫ້ກັບ ຊ້າງນ້ອຍ ເອັຟຊີ ບຸກໄປເອົາຊະນະ ຈໍາປາສັກ ເອັຟຊີ 3-1 ເກັບ 3 ຄະແນນທໍາອິດ ພ້ອມຂຶ້ນນໍາໃນຕາຕະລາງຄະແນນລວມອີກຄັ້ງ.

ຫຼັງຊ່ວຍ ຊ້າງນ້ອຍ ເອັຟຊີ ມີໄຊໃນເປບຊີ ລາວລີກ 1 ລະດູການ 2022 ບຸນພະຈັນ ໃຫ້ສໍາພາດວ່າ: “ ເປັນຄວາມພາກພູມໃຈອີກຄັ້ງໜຶ່ງ ແລະ ກໍຂໍຂອບໃຈອ້າຍນ້ອງທຸກຄົນພາຍໃນທີມ ທີ່ມີຄວາມສາມັກຄີ ແລະ ມີຄວາມຕ້ອງການຢາກຈະຊະນະໃນເປບຊີ ລາວລີກ 1 ປີ 2022 ນັດທໍາອິດ ລວມເຖິງຕ້ອງຂໍຂອບໃຈແຟນບານທີ່ເດີນທາງມາເຊຍພວກເຮົາ ຈົນເຮັດໃຫ້ພວກເຮົາສາມາດຊະນະໄດ້. ຢ່າງໃດກໍຕາມ ພວກເຮົາຍັງຕ້ອງໄດ້ປັບປຸງຕໍ່ໄປໃນນັດຕໍ່ໄປ ໂດຍສະເພາະການການສື່ສານຍັງບໍ່ດີພໍໃນເຄິ່ງເວລາທໍາອິດ ກ່ອນລົງແຂ່ງຂັນນັດຕໍ່ໄປ ”.

Related Posts

Leave a Reply

Your email address will not be published. Required fields are marked *