ອັດຕາເງິນເຟີ້ລວມ ເດືອນກຸມພາ 2022 ທຽບກັບ ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 7,3% ເນື່ອງ ຈາກການເຫນັງຕີງເພີ່ມຂຶ້ນຂອງຫມວດສິນຄ້າຕົ້ນຕໍຄື: ຫມວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 15,6%; ຫມວດ ສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 9,5 %; ຫມວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 9,4%;
ຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8,6%; ຫມວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 6,6%; ຫມວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມ ຂຶ້ນ 6,3%; ຫມວດທີ່ພັກອາໄສ, ນ້ໍາປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 6,3%; ຫມວດອາຫານ ແລະ ເຄື່ອງ ດື່ມທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 5,5%; ຫມວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 5,0%;
ສະພາບການປ່ຽນແປງດັດຊະນີ ເດືອນຕໍ່ເດືອນ ມີດັ່ງນີ້:ຫມວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 2,0%, ຮອງລົງມາແມ່ນຫມວດໄປສະນີ ແລະ ໂທລະ ່ ຄົມມະນາຄົມ ເພີ່ມຂຶ້ນ 0,9%, ຫມວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,9%, ຫມວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,8%,
ຫມວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,4%, ຫມວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 0,4%, ຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,4%, ຫມວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,4%, ຫມວດ ເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,3%.