ອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອໃຫ້ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ.
ພິທີມອບ-ຮັບເຄື່ອງສຸຂະອະນາໄມຈາກອົງການກາແດງລາວ ໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 15 ມີນາ 2022 ຢູ່ຫ້ອງວ່າການ ນວ ເຊິ່ງມອບໂດຍທ່ານ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນວ ມີບັນດາຮອງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳລັບເຄື່ອງຊ່ວຍເຫຼືອຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກ ສະຖານທູດການາດາ ປະຈຳລາວ ເຊິ່ງມີເຄື່ອງສຸຂະອະນາໄມເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ທັງໝົດ 903 ຊຸດ ໃນນີ້ມີ ສະບູກ້ອນ 1.806 ກ້ອນ ຢາສະຜົມ 10.836 ຊອງ ສະບູຝຸ່ນ 903 ຖົງ ຢາຖູແຂ້ວ 903 ຫຼອດ ແປງຖູແຂ້ວ 903 ອັນ ເຈ້ຍອະນາໄມ້ 1.806 ກໍ້ ຜ້າປິດປາກ-ດັງ 18.060 ແຜ່ນ ເຫຼົ້າ 70% 903 ຕຸກ ແລະ ຜ້າອະນາໄມສຳລັບເພດຍິງ 1.806 ຫໍ່ ລວມມູນຄ່າທັງໝົດ 76,7 ລ້ານກີບ.
ທີ່ມາ: ວຽງຈັນໃຫມ່.