ປກສ ແຂວງສະຫວັນນະເຂດ ປະກາດວິໄນນາຍຕໍາຫຼວດທີ່ກະທຳຜິດ.

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະກາດປະຕິບັດວິໄນນາຍຕໍາຫຼວດ ຜູ້ທີ່ເຄື່ອນໄຫວລະເມີດລະບຽບວິໄນ, ມີການກະທຳຜິດຕໍ່ລະບຽບ, ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ, ໃຊ້ຖານະຕຳແໜ່ງ,
ເພື່ອຫາຜົນປະໂຫຍດສ່ວນຕົວ ແລະປະມວນກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພິທີໄດ້ຈັດຂຶ້ນໃນວັນທີ 14 ມີນາ 2022ນີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ໂດຍເປັນປະທານຂອງ ພັອ ສົມໝາຍ ພົມມະຈັນ ຫົວໜ້າ ກອງບັນຊາການ ປກສ ແຂວງ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະກອງບັນຊາການ ປກສ 14ຕົວເມືອງ, 1ນະຄອນເຂົ້າຮ່ວມ.ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 421 ຫາ430,
ລົງວັນທີ 3 ມີນາ 2022 ວ່າດ້ວຍການປະຕິບັດວິໄນນາຍຕໍາຫຼວດ ໃນນີ້ ປະຕິບັດວິໄນນາຍຕໍາຫຼວດ ອອກຈາກກຳລັງ ປ້ອງກັນຄວາມສະຫງົບ ຂັ້ນນໍາພາບັນຊາ ຂັ້ນຫົວໜ້າ ແລະ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງ ເຊິ່ງໃນນີ້ ຊັ້ນ ພັທ ຈໍານວນ 5 ສະຫາຍ, ປົດຊັ້ນ, ປົດຕໍາແໜ່ງ ຊັ້ນ ພັຕ ລົງເປັນ ຮອ ຈໍານວນ 1 ສະຫາຍ, ປະຕິບັດວິໄນ ປົດຊັ້ນ,
ປົດຕໍາແໜ່ງ ແລະ ຍ້າຍບ່ອນປະຈຳການຊັ້ນ ຮອ ລົງເປັນ ຮທ ຈໍານວນ 5 ສະຫາຍ,

ນອກຈາກນີ້ຍັງໄດ້ ໂຈະ, ປົດຊັ້ນ, ຕໍາແໜ່ງຂັ້ນຕ່າງໆ ແລະ ຍ້າຍບ່ອນປະຈໍາການ.
ຊັ້ນ ຮທ ຈໍານວນ 5 ສະຫາຍ ແລະ ຮຕ ຈໍານວນ 3 ສະຫາຍ,
ຊັ້ນວາທີ ລົງເປັນ ສິບເອກ, ໂຈະການຍ້ອງຍໍ ຈໍານວນ 2 ສະຫາຍ.
ຂ່າວ: ບຸນຖິນ.