ສະລະໂສດແລ້ວເດີ້! ເປີດພາບ Wedding ສຸດໂຣແມນຕິກຂອງວີນາ ກັບ ໜຸ່ມຫຼໍ່ນັກທຸລະກິດ “ສັນຕິ ອູ່ສິດທິເດດ”



ເວົ້າໄດ້ວ່າທັງເກັ່ງ ແລະ ຫຼໍ່ ງາມ ສົມກັນແທ້ໆ ສໍາລັບທັງ 2 ຕ່າງກໍໄດ້ສຶກສາເບິ່ງໃຈກັນມາຫຼາຍປີ ຈົນໃນທີ່ສຸດກໍຕັດສິນໃຈຕົກລົງປົງໃຈໃຊ້ຊີວິດຄູ່ຮ່ວມກັນເຮັດໃຫ້ມີມື້ທີ່ສໍາຄັນເກີດຂຶ້ນ ສໍາລັບງານບາສີຈະຈັດຢູ່ທີ່ບ້ານວິຊຸນ ນະຄອນ ແຂວງຫລວງພະບາງ (ບ້ານເຈົ້າສາວ) ໃນວັນທີ 15/3/2022 ສ່ວນງານແຕ່ງແມ່ນຈັດຂຶ້ນວັນທີ 16/3/2022.




ແນ່ນອນ ຫຼັງຈາກຮູບພາບຖືກໂພສໄປໃນໂລກອອນລາຍ ຫຼາຍຄົນຕ່າງກໍມາສະແດງຄວາມຍິນດີນຳທັງ 2 ທ່າມກາງຄວາມດີໃຈ ແລະ ຍິນດີຂອງເພື່ອນໃນວົງການບັນເທີງ, ຄອບຄົວ, ຍາດຕິພີ່ນ້ອງ ແລະ ແຟນຄລັບ. ພ້ອມນີ້ທີມງານມ່ວນກໍຂໍສະແດງຄວາມຍິນດີນຳ ຄູ່ບ່າວ-ສາວປ້າຍແດງ ທີ່ກຽມຈະລະຄັງວິວາໃນໄວໆນີ້ເດີ້ ຂໍໃຫ້ຮັກກັນຈົນເຖົ້າຈົນແກ່ ແລະ ມີຄວາມສຸກຫຼາຍໆ.


ວີນາ ຫຼື ປະວີນາພອນ ບຸບຜາ ສິລະປິນສາວ ແລະ ນາງສັງຂານຫຼວງພະບາງ 2008 ຫຼາຍຄົນຄົງຈະຍັງຈື່ໄດ້ດີວ່າວີນາເປັນອີກໜຶ່ງສາວງາມປະຈຳວົງການບັນເທີງລາວທີ່ມີຜົນງານຫຼາກຫຼາຍ ບໍ່ວ່າຈະເປັນການຮ້ອງເພງ, ການສະແດງ, ພິທີກອນຕາມງານອີເວັ້ນຕ່າງໆ ແລະ ຍັງບໍ່ພໍຍັງເຄີຍເປັນນາງສັງຂານຫຼວງພະບາງນຳອີກ ເວົ້າໄດ້ວ່າມີຄວາມສາມາດຮອບດ້ານແທ້ໆ.


