ອ່ານເລີຍ..!!ໃກ້ຮອດວັນສົງການແລ້ວມາຮູ້ຈັກກັບ ຄຳທຳນາຍນາງສັງຂານ ປີໃໝ່ລາວ​ 2022

#ໃກ້ຮອດວັນສົງການແລ້ວມາຮູ້ຈັກກັບ…!#ຄຳທຳນາຍນາງສັງຂານປີໃໝ່ລາວ​

( ປີ ຈ.​ສ 1384; ປີ ຄ.​ສ 2022; ປີ ພ.ສ 2565 )– ວັນສັງຂານລ່ວງ : ວັນພະຫັດ ຂຶ້ນ 13ຄໍ່າ, ເດືອນ5, ພ.ສ 2564 – ກົງກັບວັນທີ 14 ເມສາ 2022, ເວລາ 9ໂມງ 52 ນາທີ 12ວິນາທີ.– ວັນສັງຂານເນົາ : ວັນສຸກ ຂຶ້ນ 14ຄໍ່າ, ເດືອນ5, ພ.ສ 2564 – ກົງກັບວັນທີ່ 15 ເມສາ 2022.

– ວັນສັງຂານຂຶ້ນ : ວັນເສົາ ຂຶ້ນ 15ຄໍ່າ, ເດຶອນ5, ພ.ສ 2564 – ກົງກັບວັນທີ່ 16 ເມສາ 2022, ເວລາ 13ໂມງ 49ນາທີ48ວິນາທີ, ປ່ຽນວັນຖະເຫລີງສົກປີໃໝ່ລາວຈຸນລະສັກກະຣາດເປັນ 1384.

– ນາງສັງຂານ : ນາງເທພທິດາອົງທີ 5 ຂອງພຣະຍາກະບິນລະພຣົມ ຊົງພຣະນາມວ່າ : “ກິຣິນີເທວີ” ຊົງພະຫຸຣັດທັດດອກມົນທາ ອາພອນປະດັບໄປດ້ວຍແກ້ວມໍຣະກົດ (ແກ້ວສີຂຽວ) , ສະເຫວີຍຖົ່ວງາເປັນອາຫານ, ພຣະຫັດຂວາຊົງຖືຂໍຊ້າງ, ພຣະຫັດຊ້າຍຊົງຖືປືນ, ສະເດັດຢືນມາເທິງຫລັງຊ້າງເປັນພາຫະນະ.

– ເກນພິຣຸນນະສາດ : ພຣະອາທິດເປັນອະທິບໍດີ, ນາກຫລິ້ນນໍ້າ 4 ໂຕ, ບັນດານໃຫ້ຝົນຕົກ 400ຫ່າ, ຕົກໃນຂອບຈັກກະວານ 160ຫ່າ, ຕົກໃນປ່າຫິມະພານ 120ຫ່າ, ຕົກໃນມະຫາສະໝຸດ 80ຫ່າ, ຕົກໃນມະນຸດໂລກ 40ຫ່າ.– ເກນທາຣາທິຄຸນ : ຕົກຣາສີເຕໂຊ, ນໍ້າຈະໜ້ອຍ, ຝົນຕົ້ນປີຈະຕົກພໍດີ – ກາງປີຈະຕົກໜ້ອຍ – ປາຍປີຈະຕົກຫລາຍ, ນາລຸ່ມຈະດີ ແຕ່ນາດອນຈະບໍ່ດີ, ຈະມີລົມພັດແຮງທີ່ສຸດມາຈາກທິດທັງ4ຕາມຣະດູການ.

– ເກນທັນຍາຫານ : ຊື່ວ່າ : ປັຈສິມະ, ເຂົ້າກ້າໄຮ່ນາຈະໄດ້ແຕ່ 1 ສ່ວນ ເສຍໄປ 5 ສ່ວນ, ໂພຊະນີຍາຫານມີພໍຄວນ, ປະຊາຊົນພົນລະເມືອງຈະສຸກແດ່ ທຸກແດ່ປະປົນກັນໄປ.– ເກນຜະລາມັດສະມັງສາຫານ : ໝາກໄມ້ຈະເປັນດ້ວງເປັນແມງຈຳນວນຫລາຍ, ພິກພູຈະແພງ, ຊີ້ນປາອາຫານຈະມີພໍຄວນ.– ເກນຣຸກຂະຊາດ : ໄມ້ງິ້ວເປັນພະຍາ, ບ້ານເມືອງຈະສະຫງົບສຸກດີ ແຕ່ຟ້າຝົນບໍ່ສູ້ດີປານໃດ.

– ເກນກາລະໂຍກ : ວັນພຸດເປັນທຸງໄຊ, ວັນອັງຄານເປັນອະທິບໍດີ, ວັນອາທິດເປັນອຸບາດ, ວັນພະຫັດເປັນໂລກາວິນາດ.– ຄຳນວນໂດຍ : ສາທຸ ບຸນທັນ ປຸນຍະກາມະເຖຣະ, ວັດປ່າໂພນເພົາວະນາຣາມ, ນະຄອນຫລວງພຣະບາງ.– ນຳສະເໜີໂດຍ : ວາລະສານເທວາ Theva Magazine.

– ແອດມິນຂໍ​ອວຍພອນ​ໃຫ້​ແຟນເພຈທຸກໆ​ທ່ານທີ່ຕິດຕາມຜົນງານຂອງ ເພຈ໌: ພຣະປິ່ນທອງ ປັນຍາວະໂຣຈົ່ງໂຊກດີປີໃໝ່ ເຮັງໆ ລວຍໆ ສົມປາຖະໜາ ສາທຸ.#ກົດແຊຣ໌ຂໍໃຫ້ມີໄຊ​ #ກົດໄລຄ໌ຂໍໃຫ້ມີໂຊກ #ກົດໄລຄ໌ກົດແຊຣ໌ພ້ອມກັນຂໍໃຫ້ຮັ່ງມີຕະຫລອດປີເທີ້ນ

Related Posts

Leave a Reply

Your email address will not be published. Required fields are marked *