ດ່ວນໆ! ອຸຕຸແຈ້ງເຕືອນ ອາທິດນີ້ເຝົ້າລະວັງຝົນຕົກ, ລົມພາຍຸທ້ອງຖິ່ນ ທີ່ຈະເກີດຂຶ້ນໃນແຕ່ລະພາກ ໄລຍະວັນທີ 16 – 20 ມີນານີ້.

ອາທິດນີ້ ອຸຕຸແຈ້ງເຕືອນເຝົ້າລະວັງຝົນຕົກ, ລົມພາຍຸທ້ອງຖິ່ນ ທີ່ຈະເກີດຂຶ້ນໃນແຕ່ລະພາກ.

ໃນອາທິດນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ ຟ້າເຫຼື້ອມ: ວັນທີ 16 ຫາ 20 ມີນາ 2022 ຄວາມກົດດັນສູງຂອງອາກາດໜາວເຢັນຈະປົກຄຸມຢູ່ທຸກພາກ ຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ,

ພ້ອມເກີດມີລົມພາຍຸທ້ອງຖິ່ນເປັນບາງໂອກາດໃນແຕ່ລະພາກຢູ່ໃນທ້າຍຕອນບ່າຍ ຫາ ຕອນກາງຄືນ.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພາຍຸທ້ອງຖິ່ນ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ,

ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.

Related Posts

Leave a Reply

Your email address will not be published. Required fields are marked *