ເຈາະເລີກລາຍລະອຽດ ກຸ່ມ NATO ແມ່ນຫຍັງ? ກົດອ່ານ.

NATO ແມ່ນຫຍັງ? NATO ມີຊື່ເຕັມວ່າ “ອົງການສົນທິສັນຍາແອດແລນຕິກເໜືອ” (North Atlantic Treaty Organization – NATO) ໄດ້ກໍ່ຕັ້ງຂຶ້ນເມື່ອ ວັນທີ 4 ເມສາ 1949 ໃຫ້ຄວາມຊ່ວຍເຫຼືອທາງການທະຫານກັບປະເທດສະມາຊິກ ໃນກໍລະນີທີ່ຖືກຄຸກຄາມຈາກພາຍນອກ ລວມໄປເຖິງການສົ່ງເສີມຄວາມໝັ້ນຄົງທາງດ້ານເສດຖະກິດ.

ໃນໄລຍະເລີ່ມຕົ້ນ NATO ມີຈັກປະເທດ ແລະ ມີປະເທດໃດແດ່? ໃນຕອນເລີ່ມຕົ້ນມີ 12 ປະເທດ ຮ່ວມລົງນາມໃນສົນທິສັນຍາ NATO ເຊັ່ນ: ສະຫະລັດອາເມຣິກາ, ສະຫະຣາຊະອານາຈັກ, ແຄນນາດາ, ເບລຢຽມ, ເດນໝາກ, ຝຣັ່ງ, ໄອແລນ, ອິຕາລີ, ລັກແຊມເບີກ, ເນເທີແລນ, ນໍເວ ແລະ ໂປຕຸເກດ. ສະມາຊິກໄດ້ເຮັດຂໍ້ຕົກລົງ ໃນການໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍລະນີທີ່ສະມາຊິກຖືກໂຈມຕີດ້ວຍອາວຸດ. ປັດຈຸບັນມີສະມາຊິກປະມານ 30 ປະເທດ.

NATO ຕັ້ງຂຶ້ນເພື່ອຫຍັງ? ຕັ້ງຂຶ້ນເພື່ອຮັກສາຄວາມໝັ້ນຄົງຮ່ວມກັນໃນປະເທດສະມາຊິກ ເນື່ອງຈາກຢ້ານໄພຄຸກຄາມຈາກສະຫະພາບໂຊວຽດ ພາຍຫຼັງສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ ໂດຍຍຶດຫຼັກການວ່າ “ການໂຈມຕີປະເທດສະມາຊິກປະເທດໃດປະເທດໜຶ່ງ ຈະຖືວ່າເປັນການໂຈມຕີປະເທດສະມາຊິກທັງໝົດ”.

ໂຄງສ້າງຂອງ NATO ເປັນແບບໃດ?

1.ອົງກອນຝ່າຍພົນລະເຮືອນ.

ກ.ຄະນະມົນຕີແອດແລນຕິກເໜືອ (North Atlantic Council – NAC) ເປັນອົງກອນຫຼັກຮັບຜິດຊອບ ຕໍ່ການຕັດສິນໃຈໃນເລື່ອງຕ່າງໆຂອງນາໂຕ້ ທີ່ກ່ຽວກັບການຕີຄວາມສົນທິສັນຍາ ແລະ ການນຳໄປປະຕິບັດ ຄະນະມົນຕີປະກອບດ້ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດຖະມົນຕີວ່າການກະຊວງການຄັງຂອງປະເທດສະມາຊິກ ມີການປະຊຸມຢ່າງໜ້ອຍປີລະ 2 ຄັ້ງ.

ຂ.ສຳນັກງານເລຂາທິການນາໂຕ້ ຕັ້ງຢູ່ທີ່ກຸງບຣັສເຊລ ປະເທດເບລຢຽມ ມີໜ້າທີ່ບໍລິຫານວຽກທົ່ວໄປຂອງອົງກອນ ລວມໄປເຖິງການວາງແຜນນະໂຍບາຍ ຫົວໜ້າ, ສຳນັກງານ, ເລຂາທິການນາໂຕ້ ຄົນປັດຈຸບັນ.

2.ອົງກອນຝ່າຍທະຫານ.

ຄະນະກຳມາທິການທາງທະຫານ The Military Committee ມີໜ້າທີ່ໃຫ້ຄຳແນະນຳດ້ານການທະຫານ ແກ່ຄະນະມົນຕີ ແລະ ຜູ້ບັນຊາການກອງກຳລັງປະສົມ ປະກອບດ້ວຍເສນາທິການຂອງທຸກປະເທດພາຄີ ຍົກເວັ້ນຝຣັ່ງ ແລະ ໄອແລນ (ເຊິ່ງບໍ່ມີກຳລັງທະຫານ) ມີການປະຊຸມຢ່າງໜ້ອຍປີລະ 2 ຄັ້ງ ໂດຍນາໂຕ້ ໄດ້ແບ່ງເຂດຍຸດທະສາດຕາມພູມສາດເປັນ 3 ເຂດ ຄື:

ເຂດຢູໂຣບ ຢູ່ພາຍໃຕ້ການເບິ່ງແຍງຂອງຜູ້ບັນຊາການກອງກຳລັງຜະສົມຢູໂຣບ ໂດຍມີກອງບັນຊາການເອີ້ນວ່າ: Supreme Headquaters Allied Powers Europe (SHAPE) ປະກອບດ້ວຍກອງກຳລັງເຄື່ອນທີ່ໄວຈາກປະເທດສະມາຊິກ ເຊິ່ງພ້ອມຈະປະຕິບັດການໄດ້ທັນທີ ເຂດການຮັບຜິດຊອບຄື ແອຟຣິກາເໜືອ, ເມດິເຕີເຣນຽນ, ຢູຖຣບກາງ ແລະ ຢູໂຣບເໜືອ ຍົກເວັ້ນໂປຕຸເຫດ ແລະ ສະຫະຣາຊະອານາຈັກ SHAPE ມີກອງບັນຊາການຍ່ອຍໃນຢູໂຣບເໜືອ ທີ່ເມືອງໂຄສຊັສ ປະເທດນໍເວ ໃນຢູໂຣບກາງ ທີ່ເມືອງບຣຸນຊຸນ ປະເທດເນເທີແລນ ໃນຢຄໂຣບໃຕ້ ທີ່ເມືອງ Naples ປະເທດອິຕາລີ.

ເຂດແອດແລນຕິກ (The Atlantic Ocean Command) ຢູ່ພາຍໃຕ້ການເບິ່ງແຍງຂອງ Supreme Allied Commander Atlantic (SACLANT) ເຂດການຮັບຜິດຊອບຕັ້ງແຕ່ຂົ້ວໂລກເໜືອເຖິງເສັ້ນ Tropic of Cancer ແລະ ຈາກຝັ່ງສະຫະລັດອາເມລິກາເຖິງຢູໂຣບ SACLANT ມີໜ້າທີ່ຫຼັກໃນການພິທັກເສັ້ນທາງເດີນເຮືອ ໃນເຂດແອດແລນຕິກ ເຊິ່ງເນັ້ນລັກສະນະການປະຕິບັດການກອງທັບເຮືອແອດແລນຕິກ ມີກອງບັນຊາການ ຕັ້ງຢູ່ທີ່ Norfolk ສະຫະລັດອາເມຣິກາ.

ເຂດຊ່ອງແຄບ (The Channel Command) ຢູ່ພາຍໃຕ້ການເບິ່ງແຍງຂອງ Allied Commander in Chief Channel – CINCHAN) ເຂດການຮັບຜິດຊອບບໍລິເວນຊ່ອງແຄບອັງກິດ ແລະ ທະເລເໜືອຕອນໃຕ້ ເຮັດໜ້າທີ່ຄຸ້ມຄອງ ປ້ອງກັນເຮືອ ໃນເຂດປະສານງານກັບ SACEUR ໃນການປ້ອງກັນໄພທາງອາກາດ ໃນເຂດຊ່ອງແຄບ CINCHAN ມີກອງກຳລັງເຮືອຮົບຢູ່ພາຍໃຕ້ການຄວບຄຸມ ເອີ້ນວ່າ: Standing Naval Force Channel (STANAFORCHAN) ມີກອງບັນຊາການຢູ່ Nortwood ສະຫະຣາຊະອານາຈັກ.

Related Posts

Leave a Reply

Your email address will not be published. Required fields are marked *