ພົບຜູ້ຕິດເຊື້ອໂຄວິດ ສາຍພັນ​ໂອໄມຄຣອນ​ 9​ ຄົນ​ ຢູ່ຊຸມຊົນ​ ໃນນະຄອນຫຼວງວຽງຈັນ.

ນຂ່າວສານ​ການ​ແພດ​ສຸຂະ​ສຶກສາ, ກະຊວງ​ສາທາລະນະ​ສຸກ​ ລາຍງານ​ໃນວັນທີ​ 11​ ມີນາ​ 2022​ ນີ້ວ່າ: ໃນວັນທີ 10 ມີນາຜ່ານມາ ນະຄອນຫລວງວຽງຈັນ ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ໃນຊຸມຊົນ 9 ກໍລະນີ ຢູ່ເມືອງຫາດຊາຍຟອງ, ເມືອງໄຊເສດຖາ, ເມືອງຈັນທະບູລີ, ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າ​ກົມ​ຄວບຄຸມ​ພະຍາດ​ຕິດຕໍ່​ ກ່າວໃນວັນທີ 11​ ມີນານີ້ວ່າ: ມາຮອດມື້ນີ້ ສປປ ລາວ ພວກເຮົາໄດ້ປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ເປັນຮອບທີ 3 ແລ້ວ ແລະ ທ່າອ່ຽງໃນປັດຈຸບັນ ແມ່ນກຳລັງຢູ່ໃນໄລຍະຂາຂຶ້ນ ເຊິ່ງຕົວເລກໃນບາງແຂວງ ໂດຍສະເພາະນະຄອນຫຼວງວຽງຈັນ ເຫັນວ່າ ຕົວເລກກັບຄືນມາ ເພີ່ມສູງຂື້ນໃນແຕ່ລະວັນ ພາຍຫຼັງທີ່ພວກເຮົາເຫັນຕົວເລກຜູ້ຕິດເຊື້ອປະຈຳວັນ ຕ່ຳກ່ວາ 200 ຄົນ ເປັນເວລາເກືອບ 1 ເດືອນ.​

ນອກຈາກນີ້,​ ຈາກການສຸ່ມເກັບ 10 ຕົວຢ່າງ ໃນນະຄອນຫຼວງວຽງຈັນ ພົບວ່າ 90% ແມ່ນກວດພົບເຫັນ ສາຍພັນໂອມິກຣອນ ແລະ ຈາກບົດຮຽນຈາກຫຼາຍໆປະເທດ ໂດຍສະເພາະປະເທດໃກ້ຄຽງ ການລະບາດຮອບໃໝ່ນີ້ຈະເຖິງຈຸດສູງສຸດໃນ 1 ຫາ 2 ເດືອນນີ້. ສະນັ້ນ, ຖ້າຫາກພວກເຮົາ ຫາກບໍ່ມີມາດຕະການທີ່ຮັດກຸມອອກມາເພື່ອຕອບໂຕ້ ແລະ ຮອງຮັບການລະບາດໃນຄັ້ງນີ້, ເຖິງວ່າອັດຕາການເສຍຊີວິດ ຈະບໍ່ຮຸນແຮງຄືກັບສາຍພັນແດນຕ້າກໍຕາມ ແຕ່ການເສຍຊີວິດ ແມ່ນຈະກະທົບຢ່າງໜັກໜ່ວງ ຕໍ່ຜູ້ທີ່ມີອາຍຸສູງກ່ວາ 60 ປີ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ຜູ້ທີ່ບໍ່ທັນໄດ້ສັກວັກຊີນ ຫຼື ສັກວັກຊີນບໍ່ຄົບທຸກເຂັມທີ່ແນະນຳ.

ສະນັ້ນ, ຮຽກຮ້ອງໃຫ້ໝົດທຸກພາກສ່ວນ ໃນສັງຄົມຈົ່ງມີສະຕິລະວັງຕົວ, ບໍ່ໃຫ້ລະເຫຼີງ ຫຼື ເມີນເສີຍ ຫຼື ຖືເບົາຕໍ່ການລະບາດໃນຄັ້ງນີ້, ຂໍໃຫ້ເອົາໃຈໃສ່ ສຸມທຸກກຳລັງ ສຸມໃສ່ຂະບວນວັນສັກວັກຊີນແຫ່ງຊາດ ທີ່ກຳລັງຈັດຕັ້ງປະຕິບັດ ເພື່ອເຮັດແນວໃດໃຫ້ອັດຕາການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ບັນລຸສູງກ່ວາ 80% ໂດຍໄວ, ເຊິ່ງການປະຕິບັດທັງໝົດນີ້ ກໍແມ່ນເພື່ອສ້າງພູມຄຸ້ມກັນໝູ່ໃນຊຸມຊົນ ແລະ ເລັ່ງໃສ່ການຫຼຸດຜ່ອນອັດຕາການຕິດເຊື້ອ ແລະ ສູນເສຍຊີວິດໃຫ້ໜ້ອຍລົງທີ່ສຸດ.

Related Posts

Leave a Reply

Your email address will not be published. Required fields are marked *