ເຈົ້າສາວເສດຖີຈີນແຕ່ງງານ ແຕ່ງງານທັ້ງທີຈະໃຫ້ຫນ້ອຍຫນ້າບໍ່ໄດ້ ໃສ່ເຄື່ອງປະດັບເປັນທອງຄຳເຕັມຕົວ ບໍ່ພໍຍັງຍົກຫມູທອງຄຳມາຫ້ອຍຄໍ ສ້າງຄວາມຮືຮາແກ່ແຂກທີ່ມາຮ່ວມງານ ແລະ ສື່ສັງຄົມຢ່າງຫຼວງຫຼາຍ.

ງານແຕ່ງງານວັນສຳຄັນຄັ້ງຫນຶ່ງໃນຊິວິດ ຫຼາຍຄົນຕ່າງກໍຕ້ອງການຈັດຫນັກຈັດເຕັມໃຫ້ສົມກຽດ ແລະ ຖານະ ໂດຍທີ່ປະເທດຈີນມີຮູບແບບການຈັດງານແຕ່ງດອງທີ່ວ່າ ” ເຈົ້າສາວທອງຄຳ ” ທີ່ບັນດາລູກສາວເສດຖີຈະປະດັບໄປດ້ວຍທອງຄຳເຕັມຕົວ ຊະນິດທີ່ວ່າ ຢ່າງຈົນບໍ່ໄຫວ ອວດລວຍກັນແບບບໍ່ມີໃຜຍອມໃຜ.
ລ່າສຸດ ເມື່ອວັນທີ່ 29 ທັນວາ 2021 ທີ່ຜ່ານມາ ເວັບໄຊ Soho ເຜີຍວ່າ ໃນໂລກອອນລາຍຂອງຈີນໄດ້ແຊພາບເຈົ້າສາວລູກເສດຖີໃນງານແຕ່ງງານແຫ່ງຫນຶ່ງ ທີ່ມົນທົນກວາງຕູ້ງ ປະເທດຈີນ ເຊິ່ງລາວກໍເປັນອີກຫນຶ່ງຄົນທີ່ບໍ່ຍອມຫນ້ອຍຫນ້າ ໂດຍສວມຊຸດເຈົ້າສາວພ້ອມເຄື່ອງປະດັບເແັນທອງຄຳເຕັມຕົວ ຫຼາຍເຖີງ 42 ຢ່າງ ແຕ່ພິເສດທີ່ສຸດແມ່ນ ຍົກຫມູທອງຄຳມາຫ້ອຍຄໍກັນເລີຍທີດຽວ.
ຈາກລາຍງານເຜີຍວ່າ ຄອບຄົວຂອງເຈົ້າສາວຄົນນີ້ລໍ່າລວຍດ້ວຍຊັບສິນເງີນທອງເປັນຈຳນວຫຼວງຫຼາຍ ໂດຍເຄື່ອງປະດັບທີ່ລາວໃສ່ໄດ້ແກ່ ກຳໄລທອງຄຳທີ່ມືທັງສອງເບື້ອງ ຂ້າງລະ 5 ຊິ້ນ ແລະ ກຳໄລທອງຄຳທີ່ນຳມາຫ້ອຍຄໍ 28 ຊິ້ນ ລວມທັງຫມູທອງຂະຫນາດຕ່າງໆ 4 ໂຕ ກໍຖຶກນຳມາຫ້ອຍຄໍເຊັ່ນກັນ.
ທ້າຍນີ້ທາງເພຈເຮົາຢາກຮູ້ວ່າທ່ານມັກອ່ານເປັນພາສາລາວຫລືເປັນພາສາໄທ (ມາຄອມເມັ້ນກັນໄດ້ເດີ)