ຣັດເຊຍ ເອົາຄືນ ❗ ລະງັບການສົ່ງອອກສິນຄ້າກວ່າ 200 ຊະນິດ ແລະອາດຍຶດຊັບບໍລິສັດທີ່ຂວ້ຳບາດ.
ລ່າສຸດ! ຣັດເຊຍ ອອກມາປະກາດວ່າ ຈະລະງັບການສົ່ງອອກສິນຄ້າກວ່າ 200 ຊະນິດ ຍາວໄປຈົນເຖິງໝົດປີນີ້.
ໂດຍສິນຄ້າທີ່ຖືກລະງັບ ປະກອບໄປດ້ວຍອຸປະກອນເທັກໂນໂລຢີ, ອຸປະກອນການສື່ສານ ແລະອຸປະກອນການແພດ, ຍານພາຫະນະ, ເຄື່ອງຈັກການກະເສດ, ອຸປະກອນເຄື່ອງໃຊ້ໄຟຟ້າ.
ແລະບອກວ່າ ຈະຢຶດຊັບສິນຂອງບໍລິສັດທີ່ຖອນຕົວ ຫລືລະງັບການເຮັດທຸລະກິດທີ່ຣັດເຊຍຫຼັງຈາກທີ່ບໍລິສັດເອກະຊົນແລະປະເທດຕ່າງໆ ແຫ່ກັນຂວ້ຳບາດຣັດເຊຍ.
ຊຶ່ງຈະມີຜົນກັບທຸກໆປະເທດ ຍົກເວັ້ນສະມາຊິກຂອງ Eurasian Economic Union ແລະພູມິພາກທີ່ແຍກອອກມາຈາກ Georgia ໃນ South Ossetia ແລະ Abkhazia.
ພ້ອມທັງ, ຣັດເຊຍຍັງຫ້າມການສົ່ງອອກໄມ້ບາງຊະນິດ ໄປຍັງປະເທດທີ່ທຳການອັນບໍ່ເປັນມິດຕໍ່ຣັດເຊຍ
ແລະຍັງຫ້າມການສົ່ງອອກທັນຍະພືດ ໄປຍັງປະເທດທີ່ເປັນອະດີດສະມາຊິກໂຊວຽດ ທີ່ເປັນສ່ວນຫນຶ່ງຂອງສະຫະພາບເສດຖະກິດຢູເຣເຊຍ (EEU) ທີ່ຈະມີຜົນຕັ້ງແຕ່ວັນທີ 15 ມີນາ – 31 ສິງຫາ.
ລວມເຖິງຢຸດການສົ່ງອອກນ້ຳຕານນອກເຂດ EEU ພ້ອມ.
ສຳລັບເລື່ອງຢຶດສິນຊັບຂອງບໍລິສັດເອກະຊົນ ທີ່ຂວ້ຳບາດແລະຖິ້ມທຸລະກິດໃນຣັດເຊຍລັດຖະບານຣັດເຊຍບອກວ່າ ຈະດຳເນີນການດ້ວຍວິທີທີ່ຖີທກກົດໝາຍ ໂດຍທາງວະລາດີເມຍ ປູຕິນ ໄດ້ອອກກ່າວໃນຖະແຫລງການວ່າ:
“ຣັດເຊຍຈຳເປັນຕ້ອງດຳເນີນການຂັ້ນເດັດຂາດ ກັບບໍລິສັດທີ່ຕັດສິນໃຈຢຸດກິດຈະການໃນຣັດເຊຍ”
ຊຶ່ງອາດຈັດການດ້ວຍການຖ່າຍໂອນກິດຈະການຂອງບໍລິສັດເຫຼົ່ານັ້ນ ໄປຢັງບໍລິສັດເອກະຊົນຂອງຣັດເຊຍ ທີ່ຕ້ອງການດຳເນີນກິດຈະການນັ້ນໆຕໍ່.
ແລະບໍລິສັດທີ່ວ່າ ກໍມີທັງບໍລິສັດຈາກສະຫະລັດ, ເອີຣົບ ແລະຍີ່ປຸ່ນ.
ເຊັ່ນ McDonald’s, Coca-Cola, Apple, H&M, IKEA, Toyota, Volkswagen, Microsoft, IBM, ບໍລິສັດນ້ຳມັນຢ່າງ BP ແລະ Shell.
ແຫຼ່ງຂໍ້ມູນ: https://www.facebook.com/MarketThinkTH/posts/4861745783917774.