ຈາກການລາຍງານຂອງ ຄະນະສະເພາະກິດ ໃນວັນທີ 11 ມີນາ 2022 ໄດ້ໃຫ້ຮູ້ວ່າ: ຈາກການສຸ່ມເກັບ 10 ຕົວຢ່າງ ໃນນະຄອນຫຼວງວຽງຈັນ ພົບວ່າ 90% ແມ່ນກວດພົບເຫັນ ສາຍພັນ ໂອມິກຣອນ ແລະ ບົດຮຽນຈາກຫຼາຍໆປະເທດ ໂດຍສະເພາະ ປະເທດໃກ້ຄຽງ ການລະບາດຮອບໃໝ່ນີ້ຈະເຖິງຈຸດສູງສຸດໃນ 1 ຫາ 2 ເດືອນນີ້.
ສະນັ້ນ, ຖ້າຫາກພວກເຮົາ ຫາກບໍ່ມີມາດຕະການທີ່ຮັດກຸມອອກມາເພື່ອຕອບໂຕ້ ແລະ ຮອງຮັບການລະບາດໃນຄັ້ງນີ້, ເຖິງວ່າອັດຕາການເສຍຊີວິດ ຈະບໍ່ຮຸນແຮງຄືກັບ ສາຍພັນແດນຕ້າກໍ່ຕາມ ແຕ່ການເສຍຊີວິດ.
ແມ່ນຈະກະທົບຢ່າງໜັກໜ່ວງ ຕໍ່ຜູ້ທີ່ມີອາຍຸສູງກ່ວາ 60 ປີ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ຜູ້ທີ່ບໍ່ທັນໄດ້ສັກວັກຊີນ ຫຼື ສັກວັກຊີນບໍ່ຄົບທຸກເຂັມທີ່ແນະນຳ.
