ການເຈລະຈາ ຣັດເຊັຍ ແລະ ຢູເກຣນ ຢູ່ປະເທດຕູກກີ ແມ່ນພິກຜັນລົ້ມແບບບໍ່ມີຄວາມຄືບໜ້າ”
ການເຈລະຈາວັນນີ້ “ລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊັຍ ແລະ ຢູເກຣນ ຢູ່ປະເທດຕູກກີ ແມ່ນພິກຜັນລົ້ມແບບບໍ່ມີຄວາມຄືບໜ້າ”
ຂ່າວກ່ອນໜ້າ.
ເຊເລນສະກີ ປ່ຽນທ່າທີ ເຂົາບໍ່ສົນນາໂຕ ແຕ່ຕ້ອງການເຈລະຈາຣັສເຊຍຫຼາຍກວ່າ
ປະທານາທິ ບໍດີ ໂວໂລດີເມຍ ເຊເລນສະກີ ຂອງຢູເຄຣນປັບປ່ຽນທ່າທີ ໂດຍລະບຸວ່າ ຕົນເອງບໍ່ໄດ້ກົດດັນໃຫ້ອົງການສົນທິສັນຍາປ້ອງກັນແອັດລັງຕິກເໜືອ ຫຼື ນາໂຕ ຮັບຢູເຄຣນເຂົ້າເປັນສະມາຊິກ, ທັງນີ້ເລື່ອງດັ່ງກ່າວຖືເປັນປະເດັນບັນຫາທີ່ມີຄວາມລະອຽດອ່ອນ ເຊິ່ງເປັນໜຶ່ງໃນເຫດຜົນຕົ້ນຕໍທີ່ເຮັດໃຫ້ຣັສເຊຍຕັດສິນໃຈບຸກປະເທດເພື່ອນບ້ານຕາເວັນຕົກ.ເຊເລນສະກີ ຢໍ້າວ່າ ຕົນເອງໄດ້ເປີດກວ້າງທີ່ຈະປະນິປະນອມກັບສະຖານະການ2ດິນແດນແບ່ງແຍກທີ່ສະໜັບສະໜູນຣັສເຊຍ ເຊິ່ງປູຕິນເອງກໍໃຫ້ການຍອມຮັບວ່າເປັນເອກະລາດກ່ອນເລີ່ມຕົ້ນໂຈມຕີຢູເຄຣນໃນວັນທີ 24 ກຸມພາ ຜ່ານມາ.ກ່ອນໜ້ານັ້ນ ເຊເລນສະກີ ໃຫ້ສຳພາດ ເອບີຊີນິວ ຂອງອາເມລິກາວ່າ “ຕອນນີ້ສົນໃຈຄຳຖາມໜ້ອຍລົງ ເມື່ອເຂົ້າໃຈວ່ານາໂຕບໍ່ພ້ອມຮັບຢູເຄຣນເຂົ້າເປັນສະມາຊິກ ເພາະພັນທະມິດນາໂຕເອງບໍ່ຢາກໃຫ້ມີຄວາມຂັດແຍ້ງ ແລະ ຢ້ານການປະເຊີນໜ້າກັບຣັສເຊຍ”ເຊເລນສະກີເວົ້າເຖິງການເປັນສະມາຊິກນາໂຕ ໂດຍລະບຸວ່າ: “ຂ້າພະເຈົ້່າບໍ່ຢາກເປັນປະທານາທິບໍດີຂອງປະເທດທີ່ຕ້ອງຂຸເຂົ່າຂໍຮ້ອງອ້ອນວອນເພື່ອເຫດຜົນບາງຢ່າງ”. ທັງນີ້ກໍເພາະວ່າຣັສເຊຍສະແດງຈຸດຢືນມາຕະຫຼອດວ່າບໍ່ຕ້ອງການໃຫ້ປະເທດເພື່ອນບ້ານຢ່າງ ຢູເຄຣນເຂົ້າເປັນສະມາຊິກນາໂຕ ເຊິ່ງເປັນຄວາມຮ່ວມມືຂ້າມມະຫາສະໝຸດແອັດລັງຕິກທີ່ສ້າງຂຶ້ນເມື່ອສົງຄາມເຢັນເລີ່ມຕົ້ນເພື່ອປ້ອງເອີຣົບຈາກໂຊວຽດ.ແນວໃດກໍດີ ສົງຄາມເຢັນຈະຢຸດລົງດົນແລ້ວກໍຕາມ ແຕ່ໄລຍະບໍ່ພໍເທົ່າໃດປີມານີ້ນາໂຕໄດ້ຂະຫຍາຍສະມາຊິກອອກໄປທາງເອີຣົບ ຕາເວັນອອກເພື່ອເຂົ້າຢຶດຄອງປະເທດທີ່ເປັນອະດີດສະຫະພາບໂຊວຽດເຮັດໃຫ້ຣັສເຊຍບໍ່ພໍໃຈ ແລະ ມອງວ່າເປັນໄພຄຸກຄາມທີ່ກ້າຂະຫຍາຍພັນທະມິດມາຮອດໜ້າເຮືອນ.ກ່ອນໜ້າທີ່ຣັສເຊຍຈະບຸກຢູເຄຣນ ເຂົາໄດ້ຮັບຮອງເອກະລາດຂອງໂດເນສ ແລະ ລູຮານ ທີ່ເຮັດສົງຄາມກັບຢູເຄຣນເພື່ອແບ່ງແຍກດິນແດນມາແຕ່ປີ 2014 ໃນຂະນະທີ່ຣັສເຊຍລະບຸວ່າຕ້ອງການໃຫ້ຢູເຄຣນຍອມຮັບວ່າທັງສອງດິນແດນເປັນປະເທດອະທິປະໄຕ ແລະ ອິດສະລະ.ເອບີຊີນິວ ຖາມຕື່ມກ່ຽວກັບຄວາມຕ້ອງການນຂອງຣັສເຊຍ ເຂົາຕອບວ່າ: ເຮົາເປີດກວ້າງສຳລັບການເຈລະຈາ ແລະ ສິ່ງທີ່ກຳລັງເວົ້າເຖິງການຮັບປະກັນຄວາມປອດໄພ ແນວໃດກໍດີ ສອງພາກພື້ນດັ່ງກ່າວນີ້ບໍ່ໄດ້ຮັບການຍອມຮັບຈາກໃຜນອກຈາກຣັສເຊຍ ມັນຈຶ່ງເປັນຄືກັບວ່າສາທາລະນະລັດແບບຂີ້ຕົວະ ແຕ່ກໍສາມາດຫາລື ແລະ ຫາຂໍ້ປະນິປະນອມ ວ່າດິນແດນເຫຼົ່ານີ້ ຈະຢູ່ແນວໃດຕໍ່ໄປ.“ສິ່ງສຳຄັນ ສຳລັບຂ້າພະເຈົ້າ ຄືການທີ່ຜູ້ຄົນໃນດິນແດນເຫຼົ່ານັ້ນຈະໃຊ້ຊີວິດໄດ້ຕາມຕ້ອງການ, ໃຜຕ້ອງການເປັນສ່ວນໜຶ່ງຂອງຢູເຄຣນ ໃນຂະນະດຽວກັນຄົນຢູເຄຣນກລຈະບອກວ່າເຂົາຕ້ອງການໃຫ້ຢູ່ນຳກັນ ດັ່ງນັ້ນ ຄຳຖາມຄືການຍອມຮັບເຊິ່ງກັນແລະກັນໄດ້ແນວໃດ?” ເຊເລນສະກີກ່າວ.ນອກຈາກນີ້ ຍັງເວົ້າຕື່ມວ່າ: ອັນນີ້ເປັນການຊີ້ຂາດຂໍ້ໜຶ່ງ ແລະ ເຮົາໄດ້ກຽມການສຳລັບຊີ້ຂາດ ໂດຍສິ່ງທີ່ຕ້ອງເຮັດໃນປັດຈຸບັນກໍຄືເຮັດໃຫ້ປະທານາທິບໍດີປູຕິນເຂົ້າສູ່ຂະບວນການເຈລະຈາ ແລະ ເຈລະຈາກັນ ແທນທີ່ຈະມາດເຂັ້ມຢູ່ຟ້າຢູ່ດາວແລ້ວເວົ້າກັນ.ທີ່ມາ: Matichon online.