ເຕືອນ!ໃຜສວຍໂອກາດກັກຕຸນນ້ຳມັນລະວັງຈະຖືກໂທດຕາມນີ້.
ຫ້າມຜູ້ປະກອບການທຸລະກິດຕ່າງໆ ສວຍໂອກາດກັກຕຸນນໍ້າມັນເຊື້ອໄຟໂດຍເດັດຂາດ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນ ຫ້າມ.

ຫ້າມຜູ້ປະກອບການທຸລະກິດຕ່າງໆ ສວຍໂອກາດກັກຕຸນນໍ້າມັນເຊື້ອໄຟໂດຍເດັດຂາດ.
ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ປະມວນກົດໝາຍອາຍາ ມາດຕາ 278 ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງຮ້ານຂອງຕົນ ຫລື ຢູ່ບ່ອນອື່ນ ເພື່ອສ້າງຄວາມປັ່ນປວນທາງດ້ານ ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.


-ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1-4 ປີ.
-ຈະຖືກປັບໃໝ ແຕ່ 10.000.000 ຫາ 50.000.000 ກີບ.
ຂໍ້ມູນຈາກ: ຂ່າວຮູບພາບລາວພັດທະນາ #ກະຊວງອຸດສາຫະກຳແລະການຄ້າ #ກົດໝາຍ.