ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ, ຮອງປະທານ ສະມາຄົມຄຳ ເຄື່ອງປະດັບ ແລະ ອັນຍະມະນີລາວ ກ່າວເມື່ອບໍ່ດົນມານີ້ວ່າ:
ຄຳໃນປັດຈຸບັນ ຍັງບໍ່ແມ່ນລາຄາທີ່ຮູ້ສຶກວ່າແພງ ເຖິງຈະຂຶ້ນເປັນລາຄາສູງສຸດກໍຕາມ, ຖ້າທຽບໄປອະນາຄົດອີກ 2-3 ປີ ຍັງເຊື້ອວ່າ ຄຳຍັງຈະມີລາຄາສູງຂຶ້ນກວ່ານີ້ອີກຢ່າງມະຫາສານ.
ເນື່ອງຈາກການພັດທະເສດຖະກິດຂອງໂລກຍັງຈະກ້າວໄປຂ້າງໜ້າ, ອັດຕາເງິນເຟີ້ຂອງໂລກ ທີ່ເພີ່ມສູງຂຶ້ນ, ບັນຫາສົງຄາມ ແລະ ລາຄານ້ຳມັນສູງຂຶ້ນ,
ຄົນຕ້ອງການຄຳຫຼາຍຂຶ້ນ, ຄຳຂຸດໄດ້ຈຳກັດ ກໍຈະເປັນເຫດຜົນທີ່ເຮັດໃຫ້ຄຳມີລາຄາສູງຂຶ້ນ ໃນຖານະຄຳເປັນຊັບສິນທີ່ປອດໄພ ແລະ ປ້ອງກັນໄພເງິນເງິນເຟີ້ໄດ້ດີ.

ຂໍ້ມູນ: ເສດຖະກິດ ການຄ້າ.