ສັງຄົມສົນໃຈ ເປັນໄປໄດ້ບໍ? ໃຫ້ອອກແຈ້ງການປັບຂຶ້ນລາຄານ້ຳມັນ ກ່ອນໜ້າ 2 ວັນເພື່ອຫຼີກລ້ຽງບັນຫາ ລົດຕິດອັ່ງອໍຫຼາຍຊົ່ວໂມງ ທີ່ເຮັດໃຫ້ຫຼາຍຄົນເສຍສຸຂະພາບຈິດ, ເສຍເວລາ,
ແລະ ເສຍນ້ຳມັນລົດມະຫາສານ ທີ່ຕ້ອງໄດ້ຕິດຈັກລົດຕະຫຼອດເວລາເພື່ອລໍຖ້າເຂົ້າຄິວເຕີມນ້ຳມັນນັ້ນເອງ, ບາງເທື່ອເຮົາອາດຈະເສຍນ້ຳມັນໄປແບບບໍ່ມີປະໂຫຍດນັ້ນເອງ.
ນອກຈາກນັ້ນ ບັນຫາລົດຕິດອັ່ງອໍນັ້ນ ອາດຈະກີດຂວາງການສັນຈອນ ໃນກໍລະນີມີເຫດການສຸກເສີນຕ່າງໆ ເຊັ້ນລົດຂົນສົ່ງຄົນເຈັບບໍ່ສາມາດສັນຈອນຜ່ານໄດ້ທັນທ່ວງທີ ອາດເຮັດໃຫ້ຜູ້ບາດເຈັບເສຍຊີວິດກໍເປັນໄດ້, ນອກນັ້ນ ຖ້າສົມມຸດວ່າເກີດເຫດໄຟໄໝ້ເປັນຕົ້ນ.
ຖ້າມີການແຈ້ງລ່ວງໜ້າກ່ອນ 2 ຫາ 3 ວັນ, ບັນຫາການກັກນ້ຳມັນໄວ້ຂາຍ ຂອງບາງປ້ຳກໍ່ຈະໝົດໄປ.
ແນວໃດກໍຕາມ ໜ່ວຍງານທີ່ຮັບຜິດຊອບດູແລປົກປ້ອງຜູ້ບໍລິໂພກ ຄວນເອົາໃຈໃສ່ ແລະ ຮີບຮ້ອນແກ້ໄຂບັນຫາ.
ເພາະເມື່ອຂັນເທິງໄດ້ຈັດຕັ້ງໜ່ວຍງານນີ້ຂຶ້ນມາແລ້ວ ກໍຄວນປະຕິປັດຕາມຈຸດປະສົງຂອງໜ່ວຍງານດ້ວຍ.
ເພາະສັງຄົມຄາດຫວັງວ່າສິ່ງທີ່ສົ່ງຂ່າວຫາ ຈະໄດ້ຮັບການແກ້ໄຂໃຫ້ເໝາະສົມນັ້ນເອງ.
ແລະ ສັງຄົມຮຽກຮອ້ງໃຫ້ມີ ສາຍດ່ວນຫຼາຍເບີຕື່ມອີກ ເພື່ອຮັບປະກັນ ປະສິດທີພາບຂອງໜ່ວຍງານ ປົກປ້ອງຜູ້ບໍລິໂພກນັ້ນເອງ.
