ຟີລິບປິນ ເພີ່ມເກນອາຍຸການຍິນຍອມທາງເພດ.

ອີງຕາມສຳນັກຂ່າວ ຂປລ ໄດ້ລາຍງານວ່າ: ທ່ານ ໂຣດຣີໂກ ດູເຕີເຕ (Rodrigo Duterte) ປະທານາທິບໍດີ ຟີລິບປິນ ໄດ້ລົງນາມ ອະນຸມັດ ຮ່າງກົດໝາຍສະບັບໃໝ່ ໃນວັນທີ 7 ມີນານີ້ ດ້ວຍການເພີ່ມເກນອາຍຸ ທີ່ຍອມໃຫ້ຮ່ວມທາງເພດຈາກ12ປີ ມາເປັນ16ປີ.

ຟີລິບປິນ ເປັນໜຶ່ງ ປະເທດ ທີ່ມີເກນອາຍຸ ໃຫ້ຄວາມຍິນຍອມ ທາງເພດ ຕ່ຳສຸດ ເປັນອັນດັບ2ຂອງໂລກ ຮອງຈາກ ນີເຊຣີ ຊຶ່ງອາຍຸ 11ປີ ຈາກຂໍ້ມູນ ຂອງກອງທຶນ ເພື່ອເດັກ ແຫ່ງສະຫະ ປະຊາຊາດ ລາຍງານ ຜົນການຄົ້ນຄວ້າ ຮ່ວມກັນ ໃນປີ2015ຂອງອຸຍນີເຊບ (UNICEF) ກັບສູນຊັບພະຍາກອນແມ່ຍິງ ຊຶ່ງເປັນ ອົງການບໍ່ຂຶ້ນກັບລັດຖະບານ (NGO)ໃນຟີລິບປິນ.

Related Posts

Leave a Reply

Your email address will not be published. Required fields are marked *