_ລັດຖະບານລັດເຊຍປະກາດອະນຸມັດລາຍຊື່ປະເທດທີ່ ບໍ່ເປັນມິດ.
ຕາມການລາຍງານຂ່າວຕ່າງປະເທດ ສໍານັກງານ TASS ຂອງລັດເຊຍລາຍງານວ່າ: ລັດຖະບານລັດເຊຍໄດ້ປະກາດລາຍຊື່ປະເທດທີ່ບໍ່ເປັນມິດໃນສາຍຕາ ລັດເຊຍ ເມື່ອວັນທີ 7 ທີ່ຜ່ານມາ..ລາຍຊື່ທີ່ປະກາດອອກມາປະກອບດ້ວຍ 22 ປະເທດ ເເລະ ດິນເເດນ. ຖ້າຫາກເເຍກລາຍລະອຽດໂດຍເເຍກຈາກ ກຸ່ມ ສະພາບເອີຣົບ 27 ປະເທດ ເທົ່າກັບ 48 ປະເທດ ເເລະ ດິນເເດນ ທີ່ລັດເຊຍ ເບິ່ງບໍ່ເປັນມິດ.
ພາຍຫຼັງລັດເຊຍໄດ້ມີຄໍາສັ່ງປະຕິບັດການພິເສດທາງການທະຫານເຂົ້າຮຸກຮານ ຍູເຄຣນ ຕັ້ງເເຕ່ວັນທີ 24 ກຸມພາ ທີ່ຜ່ານມາ.
ປະເທດເຫຼົ່ານີ້ໄດ້ມີການດໍາເນີນການຄວໍ່າບາດຕ່າງໆຕໍ່ລັດເຊຍໂດຍສະເພາະເເມ່ນທາງດ້ານເສດຖະກິດ ລວມໄປເຖິງ ອົງກອນ,ບໍລິສັດຮ້ານຕິນິບຸກຄົນອີກດ້ວຍ.
ໂດຍທາງລັດເຊຍຍັງເເນະນໍາໃຫ້ບັນດາລູກໜີ້ສັນຊາດລັດເຊຍເປີດບັນຊີພິເສດກັບທະນາຄານລັດເຊຍເພື່ອໂອນເງິນສະກຸນເງິນ ຣູເບີລ ຂອງລັດເຊຍທີ່ທຽບເທົ່າສະກຸນເງິນຕ່າງປະເທດໃຊ້ຈ່າຍໜີ້ໃຫ້ເເກ່ບັນດາທຸລະກໍາທີ່ກ່ຽວຂ້ອງກັບປະເທດທີ່
ກ່ຽວຂ້ອງຕາຍລາຍຊື່ປະເທດ ເຊິ່ງມາດຕະການຊົ່ວຄາວສໍາລັບການຊໍາລະໜີ້ຕ່າງປະເທດນີ້ຈະໃຊ້ກັບທຸລະກໍາການເງິນບໍ່ເກີນ 10 ລ້ານ ຣູເບີລຕໍ່ເດືອນ ຫຼື ປະມານ (76,000 ໂດລາ)
ມາດຕະການດັ່ງກ່າວເປັນຜົນມາຈາກເເຮງກົດດັນທີ່ບັນດາຊາດ ພັນທະມິດ ຕະເວັນຕົກ (ເອີຣົບ) ຮ່ວມດໍາເນີນມາດຕະການຄວໍ່າບາດ ເພື່ອເຮັດໃຫ້ລັດເຊຍ ຍຸດຕິການຮຸກຮານໃນຍູເຄຣນ.
ໂດຍໄວທີ່ສຸດ ທາງດ້ານ ປະທານປະເທດ Volodymyr Zelensky ຂອງຍູເຄຣນ ກໍຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມການຄວໍ່າບາດລັດເຊຍອີກ ຫຼັງຈາກການຮຸກຮານຍຶດເຂົ້າສູ່ອາທິດທີ່ 2 ເເລ້ວ..“ຖ້າການຮຸກຮານຍັງຄົງດໍາເນີນຕໍ່ໄປ ເເລະ ລັດເຊຍຍັງຄົງບໍ່ເລີກເເຜນການທີ່ຈະຮຸກຮານຍູເຄຣນ ມາດຕະການຄວໍ່າບາດອອກໃໝ່ກໍເປັນສິ່ງທີ່ຈໍາເປັນເພື່ອປູທາງໄປສູ່ສັນຕິພາບ”