ຄະນະຜູ້ແທນສະຫະລັດ ເດີນທາງໄປເວເນຊູເອລາ ເພື່ອຊອກຫາຊ່ອງທາງຫຼຸດຜ່ອນການລົງໂທດ.
ທ່ານນາງເຈັນ ຊາກີ ໂຄສົກຂອງທຳນຽບຂາວກ່າວໃນວັນຈັນວານນີ້ວ່າ ຄະນະຜູ້ແທນຂອງສະຫະລັດໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆໃນຂອບເຂດທີ່ກວ້າງຂວາງ ຮວມທັງຄວາມໝັ້ນຄົງທາງດ້ານພະລັງງານ ຕະຫຼອດທັງສຸຂະພາບແລະຄວາມເປັນຢູ່ຂອງປະຊາຊົນອາເມຣິກນທີ່ຖືກຈັບກຸມຄຸມຂັງ.
ທ່ານນາງກ່າວວ່າ ບັນຫາທັງສອງໄດ້ “ແຍກຈາກກັນ ແລະການໂອ້ລົມສົນທະນາ.”
ແຫຼ່ງຂ່າວ ທີ່ເຂົ້າຮ່ວມໃນການເຈລະຈາຫາລື ແຈ້ງໃຫ້ສື່ມວນຊົນຊາບ ກ່ຽວກັບການເຈລະຈາຫາລືນີ້ ໄດ້ເຮັດວຽກຢູ່ຫຼັງສາກ ມາໄດ້ຫຼາຍເດືອນແລ້ວ ແຕ່ໄດ້ມີການເລັ່ງຂັດຄວາມຮີບດ່ວນຂຶ້ນຕື່ມ ຍ້ອນການລຸກເຂົ້າໄປໃນຢູເຄຣນ ຂອງຣັດເຊຍ.
ການຜະລິດນ້ຳມັນຂອງເວເນຊູເອລາໄດ້ຫຼຸດລົງ ໃນຮອບສອງທົດສະວັດທີ່ຜ່ານມານີ້ ຈາກ 3 ລ້ານຖັງໃນປີ 2002 ລົງມາເປັນ 800,000 ຖັງຕໍ່ມື້ ໃນຕົ້ນປີນີ້ ອີງຕາມອົງການໂອເປັກ. ແຕ່ແນວໃດກໍຕາມ ການສົ່ງອອກນ້ຳມັນດິບ ຂອງປະເທດດັ່ງກ່າວອາດຈະຊົດເຊີຍໃຫ້ແກ່ປະລິມານທີ່ຫຼຸດລົງຈາກການຫ້າມຊື້ນ້ຳມັນຂອງຣັດເຊຍໄດ້. ປະເທດເວເນຊູເອລາຍັງເປັນພັນທະມິດທີ່ເຂັ້ມແຂງສຸດຂອງປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໃນຊີກໂລກຕາເວັນຕົກ.
ສະຫະລັດ ພາຍໃຕ້ລັດຖະບານຂອງອະດີດປະທານາທິບໍດີດໍໂນລ ທຣຳ ໄດ້ຕັດຄວາມສຳພັນທາດ້ານການທູດກັບເວເນຊູເອລາໃນປີ 2019 ຫຼັງຈາກສະຫະລັດຮັບຮູ້ຜູ້ນຳຝ່າຍຄ້ານ ທ່ານຮວານ ກວາອີໂດເປັນປະທານາທິບໍດີທີ່ຖືກຕ້ອງຊອບທຳຂອງເວເນຊູເອລາ ໂດຍກ່າວຫາລັດຖະບານມາດູໂຣວ່າ ສໍ້ໂກງຄະແນນສຽງໃນການເລືອກຕັ້ງປະທານາທິບໍດີ. ນອກນັ້ນແລ້ວ ລັດຖະບານທ່ານທຣຳ ຍັງໄດ້ຈຳກັດລາຍໄດ້ຈາກການຂາຍນ້ຳມັນໃນສະຫະລັດ ຂອງບໍລິສັດນ້ຳມັນແຫ່ງຊາດຂອງເວເນຊູເອລາ.
ໜັງສືພິມ ວອລສຕຣີດເຈີໂນ ລາຍງານວ່າ ໃນໄລຍະສອງສາມອາທິດທີ່ຜ່ານມານີ້ ພວກນັກລົງໂທດໄດ້ຮຽກຮ້ອງໃຫ້ລັດຖະບານທ່ານໄບເດັນ ຍົກເລີກການລົງໂທດຕໍ່ເວເນຊູເອລາ ເພື່ອໃຫ້ປະເທດດັ່ງກ່າວສາມາດສົ່ງນ້ຳມັນດິບອອກສູ່ຕະຫລາດ ແລະນັ້ນ ຈະສາມາດອຸດຕັນຊ່ອງຫວ່າງ ທີ່ເກີດຂຶ້ນ ຖ້າປະເທດຕາເວັນຕົກຕັດສິນໃຈທີ່ຈະທຳການລົງໂທດ ເພື່ອບອຍຄອດນ້ຳມັນຣັດເຊຍ. ນອກນັ້ນ ບໍລິສັດເຊັບວຣອນຍັງໄດ້ວິ່ງເຕັ້ນຂໍໃຫ້ລັດຖະບານປັບປ່ຽນໃບອະນຸຍາດໃຫ້ຮັບເອົາແລະຄ້ານ້ຳມັນຂອງເວເນຊູເອລາໄດ້.