ກະຊວງສາທາ ສັ່ງຢຸດອັບເດດຜູ້ຕິດເຊື້ອໂຄວິດ ປະຈຳວັນ ເພາະເຮັດໃຫ້ເກີດຄວາມກັງວົນຕໍ່ປະຊາຊົນ.

ອີງຕາມການລາຍງານຂອງເພສຂ່າວ VnExpress International ຂອງສສ ຫວຽດນາມໃຫ້ຮູ້ວ່າ: ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ສະ​ເໜີໃຫ້​ຢຸດ​​ການ​ປະ​ກາດ​ການອັບເດດ Covid-19 ປະ​ຈໍາ​ວັນ​ເນື່ອງ​ຈາກ “ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ສະ​ຖາ​ນະ​ການ​ການແຜ່​ລະ​ບາດ​ໄດ້​.” ກະ​ຊວງ​ສາ​ທາ​ລະ​ນະ​ສຸກໄດ້ກ່າວວ່າ, ການປະກາດດັ່ງກ່າວສາມາດເຮັດໃຫ້ເກີດຄວາມກັງວົນທີ່ບໍ່ຈໍາເປັນໃຫ້ແກ່ບັນດາປະຊາຊົນ.

ໃນຂໍ້ສະເໜີທີ່ຍື່ນຕໍ່ນາຍົກລັດຖະມົນຕີ Pham Minh Chinh ໃນວັນທີ 6 ມີນາ 2022 ທີ່ຜ່ານມາ ກະຊວງໄດ້ກ່າວວ່າ: ເຖິງວ່າຈະມີການເພີ່ມຂື້ນຂອງການຕິດເຊື້ອຊຸມຊົນປະຈໍາວັນ ແຕ່ອັດຕາການຕາຍໄດ້ຫຼຸດລົງຢ່າງຫຼວງຫຼາຍຍ້ອນການຄວບຄຸມການສັກວັກຊີນປ້ອງກັນທີ່ກວ້າງຂວາງ​ໃນ​ເດືອນ​ຜ່ານ​ມາ, ຈຳນວນ​ຜູ້​ຕິດ​ເຊື້ອ​ໃໝ່​ໄດ້​ເພີ່ມ​ຂຶ້ນຫຼາຍ​​ແຂວງ ແລະ ເມືອງຕ່າງໆ ໂດຍສະເພາະ​ແມ່ນນະຄອນຫຼວງ​ຮ່າ​ໂນ່ຍ ໂດຍສະເລ່ຍແລ້ວປະເທດໄດ້ມີການບັນທຶກລະຫວ່າງ 50,000 ຫາ 75,000 ກໍລະນີໃໝ່ ທຸກໆມື້.

ສຳຫຼັບຜູ້​ທີ່ໃກ້ຊິດ​ກັບ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ແມ່ນຕິດຕາມ​ສຸຂະພາບ​ດ້ວຍ​ຕົນ​ເອງ​ເປັນ​ເວລາ 10 ວັນ ຖ້າ​ຫາກ​ປະຕິບັດ​ຕາມ​ຂໍ້ໃດຂໍ້ໜຶ່ງໃນເງື່ອນໄຂເຫຼົ່ານີ້​ຄື: ​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຢ່າງ​ຄົບ​ຖ້ວນ​; ໄດ້ຟື້ນຕົວຈາກໂຄວິດ-19 ພາຍໃນສາມເດືອນ ຫຼື ຜົນກວດ PCR ເປັນລົບ ຫຼື ຜົນກວດຢ່າງໄວວາໃນມື້ທີ 5 ຫຼັງຈາກມື້ທີ່ສຳຜັດກັບຜູ້ປ່ວຍຕິດໂຄວິດ-19.

ຂໍ້ສະເໜີໃໝ່ຍັງໄດ້ລະບຸວ່າຜູ້ປ່ວຍໂຄວິດທີ່ບໍ່ມີອາການສາມາດເຮັດວຽກທາງອິນເຕີເນັດໄດ້ໃນໄລຍະການກັກໂຕ ຫຼື ເບິ່ງແຍງຜູ້ປ່ວຍໂຄວິດອື່ນໆທີ່ຢູ່ເຮືອນ ຫຼື ຢູ່ໂຮງໝໍ.

ນັບ​ຕັ້ງ​ແຕ່​ຄື້ນ​ໄວ​ຣັສ​ໂຄ​ໂຣ​ນາ​ຄັ້ງ​ທີ 4 ໄດ້​ພັດ​ເຂົ້າ​ປະ​ເທດ​ໃນ​ເດືອນ​ເມ​ສາ​ຂອງປີ​ກາຍ​ນີ້, ຫວຽດ​ນາມມີ​ຜູ້​ຕິດ​ເຊື້ອ​ຫຼາຍກວ່າ 4,15 ລ້ານ​ກໍລະນີ.

ກະຊວງ​ສາທາລະນະສຸກ​ໃຫ້​ຮູ້​ຕື່ມອີກວ່າ: ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ ຈຳນວນ​ກໍລະນີ​ທີ່ຕິດເຊື້ອໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 198%, ​ແຕ່​ຈໍານວນຜູ້​ເສຍ​ຊີວິດ​ໄດ້​ຫຼຸດ​ລົງ 47%, ການ​ປິ່ນປົວໃນ​ໂຮງໝໍ​ຫຼຸດ​ລົງ 24% ​ແລະ ຈຳນວນ​ຜູ້ປ່ວຍກໍລະນີ​ຮ້າຍ​ແຮງ​ ແລະ ​ສາຫັດ​ຫຼຸດ​ລົງ 43%.

ຫວຽດ​ນາມໄດ້​​ສັກ​ຢາ​ວັກ​ຊີ​ນປ້ອງກັນ​ໂຄ​ວິດ-19 ທັງ​ໝົດ 196 ລ້ານ​ໂດສ. ຜູ້ໃຫຍ່ເກືອບທັງໝົດ, ທີ່ມີອາຍຸຕັ້ງແຕ່ 18 ປີ, ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄັ້ງທໍາອິດ ແລະ 98% ໄດ້ຮັບການສັກວັກຊີນຄັ້ງທີສອງ.

ເດັກນ້ອຍເກືອບທັງໝົດ (99%) ທີ່ມີອາຍຸລະຫວ່າງ 12-17 ປີ ໄດ້ຮັບການສັກວັກຊີນຄັ້ງທຳອິດ ແລະ 94% ຂອງພວກເຂົາຄັ້ງທີສອງ.

Related Posts

Leave a Reply

Your email address will not be published. Required fields are marked *