ລັດເຊຍແຫ່ກັນເປີດບັນຊີທະນາຄານຈີນແລ້ວ.

ບໍລິສັດ ລັດເຊຍ ເເຫ່ກັນເປີດບັນຊີທະນາຄານຈີນຫຼັງຊາດຕະເວັນຕົກຄວໍ່າບາດທາງການເງິນ ເເລະ ການຄ້າສໍານັກຂ່າວ Reuters ລາຍງານວ່າ ທຸກລະກິດເອກະຊົນໃນລັດເຊຍຈໍານວນຫຼາຍໄດ້ຫັນໄປເປີດບັນຊີກັບທະນາຄານລັດວິສາຫະກິດຂອງຈີນທີ່ມີສາຂາໃນລັດເຊຍ ຫຼັງຈາກກຸ່ມພັນທະມິດຕະເວັນຕົກໄດ້ລວມກັນໃຊ້ມາດຕະການຄວໍ່າບາດທາງເສດຖະກິດ ເເລະ ການເງິນກັບລັດເຊຍຈາກການຮຸກຮານຍູເຄຣນ.

ວັນທີ 8 ມີນາ 2022 ສຸກສັນວັນແມ່ຍິງສາກົນ ຂໍອວຍພອນໃຫ້ແມ່ ແລະ ແມ່ຍິງທຸກຄົນ ຈົ່ງມີສຸຂະພາບແຂງແຮງ ປາສະຈາກທຸກໂສກໂຣກໄພ ມີຜົນສຳເລັດໃນ ໜ້າທີ່ການງານ ການເງິນ ສົມຄວາມປາຖະໜາ ທຸກສິ່ງ ທຸກປະການ ດ້ວຍເທີ້ນ ສາທຸ ສາທຸ ສາທຸ ??????.

“ໃນຊ່ວງ 3-4 ວັນທີ່ຜ່ານມາ ມີບໍລິສັດລັດເຊຍ 200-300 ເເຫ່ງທີ່ຕິດຕໍ່ເຂົ້າເພື່ອຂໍເປີດບັນຊີທະນາຄານສໍາລັບທຸລະກໍາທາງການເງິນກັບເຮົາ” ເຈົ້າໜ້າທີ່ຂອງທະນາຄານຈີນໄດ້ກ່າວ..ໃນຂະນະນີ້ຍັງບໍ່ມີຂໍ້ມູນທີ່ຊັດເຈນວ່າ ປະລິມານທີ່ບັນດາຫົວໜ່ວຍທຸລະກິດລັດເຊຍເປີດກັບທະນາຄານສັນຊາດຈີນ ມີຫຼາຍພຽງໃດ ເເຕ່ເເຫຼ່ງຂ່າວໃນເເວດວົງທະນາຄານເຊື່ອວ່າຈະມີຈໍານວນເພິ່ມຂຶ້ນເລື້ອຍໆ..

ເຊິ່ງຄາດວ່າປະລິມານການເຮັດທຸລະກໍາຕ່າງໆ ໃນຮູບເເບບສະກຸນເງິນ ຫຍວນ ໃນລັດເຊຍຫຼັງຈາກນີ້ຈະເພີ່ມຂຶ້ນຕາມໄປດ້ວຍ..

ໃນປັດຈຸບັດທະນາຄານລັດວິສາຫະກິດຈີນທີ່ເປີດໃຫ້ບໍລິການລັດເຊຍທັງໝົດມີ 4 ເເຫ່ງ ໄດ້ເເກ່:Industrial and Commercial Bank of China, Agricultural Bank of China, Bank of China ເເລະ China Construction Bank..

ນັກທຸລະກິດຈີນລາຍໜຶ່ງໃນລັດເຊຍທີ່ບໍ່ປະສົງຈະອອກນາມເປີດເຜີຍວ່າ ບໍລິສັດລັດເຊຍທີ່ເປັນຄູ່ຄ້າຂອງເຂົາຫຼາຍເເຫ່ງກໍາລັງວ່າງເເຜນເປີດບັນຊີເປັນສະກຸນເງິນຫຍວນ.“ໃນເມື່ອບໍ່ສາມາດໃຊ້ສະກຸນເງິນ ໂດລາ ເເລະ ຍູໂຣ ໄດ້ ໃນຂະນະທີ່ສະຫະລັດ ເເລະ ເອີຣົບ ກໍປະຕິເສດທີ່ຈະຂາຍສິນຄ້າໃຫ້ເຈົ້າ, ເຈົ້າກໍບໍ່ເຫຼືອທາງເລືອກອັນອື່ນນອກຈາກຫັນເຂົ້າມາຫາຈີນ” ເເຫຼ່ງຂ່າວໄດ້ລະບຸ.

ໂດຍ China Construction Bank ປະຕິເສດທີ່ຈະໃຫ້ຄວາມເຫັນໃນປະເດັນດັ່ງກ່າວກັບ Reuters ຂະນະທີ່ 3 ເເຫ່ງກໍບໍ່ຕອບກັບຄໍາຮ້ອງຂໍສໍາພາດ.

ໃນອາທິດທີ່ຜ່ານມາ FESCO Transportation Group ບໍລິສັດຂົນສົ່ງສິນຄ້າລາຍໃຫຍ່ຂອງລັດເຊຍປະກາດວ່າຈະຊໍາລະເງິນເປັນເງິນຫຍວນຫຼັງຈາກທະນາຄານລັດເຊຍຖືກຕັດອອກຈາກລະບົບ SWIFT.

Shen Muhui ຫົວໜ້າໜ່ວຍງານສົ່ງເສີມການຄ້າລະຫວ່າງຈີນ ເເລະ ລັດເຊຍ ກ່າວວ່າ ບໍລິສັດລັດເຊຍສ່ວນໃຫຍ່ໃນຕອນນີ້ຍິນດີທີ່ຈະເຮັດທຸລະກໍາເປັນເງິນຫຍວນ ຢ່າງໃດກໍຕາມ ການທີ່ເງິນລັດເຊຍອ່່ອນຄ່າຢ່າງຮຸນເເຮງເຮັດໃຫ້ຜູ້ສົ່ງອອກບາງລາຍເລີ່ມລະງັບການສົ່ງສິນຄ້າໄປລັດເຊຍເພື່ອປ້ອງກັນການຂາດທຶນເເລ້ວ..

ອາທິດທີ່ຜ່ານມາເງິນລັດເຊຍອ່ອນຄ່າລົງ 40% ເມື່ອປຽບທຽບກັບເງິນຫຍວນໂດຍລ່າສຸດ 1 ຫຍວນ ເທົ່າກັບ 17 ເງິນຮູເບີລ໌ລັດເຊຍ.

Konstantin Popov ນັກທຸລະກິດລັດເຊຍໃນຊຽງໄຮ້ ເຊື່ອວ່າ ບໍລິສັດຈີນ ເເລະ ລັດເຊຍຈະຫັນມາເຮັດການຄ້າໂດຍໃຊ້ສະກຸນເງິນຫຍວນ-ຮູເບີລ໌ໂດຍກົງຫຼາຍຂຶ້ນຫຼັງຈາກນີ້ ເເຕ່ການອ່ອນຄ່າຂອງເງິນ ຮູເບີລ໌(ລັດເຊຍ)ອາດຈະສົ່ງຜົນເຮັດໃຫ້ສິນຄ້າເເພງຂຶ້ນ 2-3 ເທົ່າ.

ການຕັດລັດເຊຍອອກຈາກລະບົບການເງິນຂອງຊາດຕະເວັນຕົກ ອາດສົ່ງຜົນໃຫ້ໂດລາມີບົດບາດໃນການເປັນສະກຸນເງິນຫຼັກຂອງໂລກລົດລົງໃນອະນະຄົດ…

Related Posts

Leave a Reply

Your email address will not be published. Required fields are marked *