ຣັສເຊຍເອົາຄືນ! ເລີ່ມຕັດເສັ້ນທາງສົ່ງແກັສໄປເອີຣົບ.
ສຳນັກຂ່າວ RT ຂອງຣັສເຊຍ ລາຍງານ ວັນທີ 6 ມີນາ 2022 ນີ້ວ່າ ຜູ້ປະກອບການທໍ່ສົ່ງແກັສ Yamal-Europe ໄດ້ຢຸດການສົ່ງແກັສທີ່ມຸ່ງໜ້າສູ່ທິດຕາເວັນຕົກທັງໝົດ
ເຊິ່ງໝາຍຄວາມວ່າ ການໄຫຼຂຣັສເຊຍໄປຍັງເຢຍລະມັນຖືກລະງັບແບບບໍ່ມີກຳນົດ RT ຊີ້ວ່າຣັສເຊຍຕອບສະໜອງຕາມຄວາມຕ້ອງການແກັສເກືອບ 40% ຂອງເອີຣົບຜ່ານເສັ້ນທາງນີ້ ແລະ ການຢຸດການສົ່ງແກັສອາດເຮັດໃຫ້ລາຄາແກັສໃນເອີຣົບພຸ່ງສູງຂຶ້ນ ໂດຍອີງໃສ່ສະຖິຕິໃນອາທິດຜ່ານມາຖືວ່າເປັນການພຸ່ງຂຶ້ນສູງສຸດຂອງຄາແກັສໃນເອີຣົບ.
ລາຄາແກັສ ແລະ ນໍ້າມັນພຸ່ງສູງຂຶ້ນຍ້ອນສົງຄາມລະຫວ່າງຣັສເຊຍ-ຢູເຄຣນ ເຮັດໃຫ້ລາຄາສາທາລະນູປະໂພກໃນເອີຣົບສູງສຸດໃນທ່າມກາງສະພາວະການປິດກັ້ນຂອງສະຫະພາບເອີຣົບຕໍ່ຣັສເຊຍ.
ສ່ວນວ່າທໍ່ກາສຂອງຣັສເຊຍ ເປັນເຈົ້າຂອງ ແລະ ດຳເນີນການໂດຍ Gazprom ສ່ວນເບລາຣຸສ ເປັນຂອງ Gazprom ແລະເນີນການໂດຍ Gazprom Trangaz Balrus ສ່ວນໂປແລນເປັນເຈົ້າຂອງ ແລະ ດຳເນີນໂດຍ EuRoPol GazSA.
ເຊິ່ງເປັນກິດກາາຮ່ວມມືກາສຄ້າຂອງ PGNiG ຂອງໂປແລນ Russian Gazprom. ທີ່ມາ: postoday