ຢູໂຣບເຈັບແສບ.. ຄ່າຂົນສົ່ງທາງອາກາດ ຖີບຕົວຂຶ້ນທັນທີ 80% ຫຼັງຣັສເຊຍ ປິດນ່ານຟ້າຕອບໂຕ້..(ອ້າວ ຊວຍອີກລະກູ)
36 ປະເທດໃນຢູໂຣບ ແລະອະເມຣິກາ ຖ້າຢາກໄປໄຕຫວັນ ຮອງກົງ ເກົາຫຼີໃຕ້ ຍີປຸນ ຕ້ອງໄດ້ບິນໂຄ້ງອ້ອມໂລກ.. ຄັນບໍ່ໄປທາງຂົ້ວໂລກເໜືອ ກໍຕ້ອງໂງໂຄ້ງລົງທາງອິນເດຍ ເພື່ອເວັ້ນນ່ານຟ້າທີ່ກວ້າງໃຫຍ່ໄພສານຂອງຣັສເຊຍ

ຫຼັງພາກັນປະກາດຂວ້ຳບາດບໍ່ໃຫ້ຣັສເຊຍໃຊ້ນ່ານຟ້າ ແລະກໍຖືກຣັສເຊຍເອົາຄືນ ດ້ວຍການປິດນ່ານຟ້າຕົນເອງ ສຳລັບພວກທີ່ວ່ານັ້ນ ເໝືອນກັນ..(ປານຖຸຍນ້ຳລາຍຂຶ້ນຟ້າເລີຍກູ)ເມື່ອໄລຍະທາງໄກຂຶ້ນ ບວກກັບຄ່ານ້ຳມັນແພງຂຶ້ນ ກໍເຮັດໃຫ້ຄ່າຂົນສົ່ງ ສູງຂຶ້ນ ແລະສິນຄ້າທີ່ສົ່ງມາ ກໍມີລາຄາສູງຂຶ້ນຕາມ..
ບວກກັບສະພາບເງິນເພີ້ ກໍຫຍິ່ງຊ້ຳເຕີມໜັກຂຶ້ນໄປອີກ..ຕາມສະຖີຕິການບິນ ລະບຸວ່າຜ່ານມາ ພຽງໃນເດືອນມັງກອນ ເດີອນດຽວ ມີຍົນຢູໂຣບ ແລະອະເມຣິກາ ໃຊ້ນ່ານຟ້າຣັສເຊຍ ຫຼາຍກວ່າ 2.500 ຖ້ຽວ ຂະນະທີ່ຣັສເຊຍ ໃຊ້ນ່ານຟ້າພວກນີ້ ພຽງ 400 ຖ້ຽວ ຈິ່ງເທົ່າກັບວ່າ ມາດຕະການຂວ້ຳບາດຕໍ່ຣັສເຊຍ ຂອງຢູໂຣບ ແລະອະເມຣິກາໃນ.

ເລື່ອງນີ້ ກາຍເປັນການຂວ້ຳບາດຕໍ່ຕົນເອງຫຼາຍກວ່າ..(ບອກແດ່ ວ່າກູຕ້ອງໂງ່ຂະໜາດໃດ ຈິ່ງຈະສາມາດເຮັດໄດ້ແບບນີ້.. ຟ້າຜ່າ)
ຊົມຄລີບ.