ປະໂທ.!!!ເກີດເຫັດໄຟໄຫມ່ປ່າ ທີປະເທດ ສ ເກົາຫຼີ ຢູ່ໃກ້ໆກັບໂຮງໄຟຟ້ານິວເຄລຍ.

ສ.ເກົາຫຼີ ລະດົມກຳລັງດັບເພີງເພື່ອຄວບຄຸມໄຟປ່າໃກ້ໆ ໂຮງໄຟຟ້ານິວເຄລຍຈາກສະພາບອາກາດແຫ້ງແລ້ງ ແລະ ລົມແຮງເຮັດໃຫ້ ໄຟປ່າໄດ້ແຜ່ລາມ ຢ່າງໄວວາ.
Yonhap ລາຍງານວ່າ ເຈົ້າໜ້າທີ່ດັບເພີງ 7,000 ຄົນ ຂອງສ.ເກົາຫລີ ໄດ້ຖືກສົ່ງອອກໄປປະເຊີນໜ້າກັບ ໄຟປ່າ ຢູ່ຝັ່ງຕາເວັນອອກ ເຊິ່ງມັນໄດ້ແຜ່ຂະຫຍາຍລາມໄປໃກ້ກັບໂຮງງານໄຟຟ້າ ນິວເຄຼຍ ແລະ ໂຮງງານ ແກັສທໍາມະຊາດ.

ໄຟໄດ້ເລີ່ມໄໝ້ຈາກເມືອງ ອຸນຈິນ. ຫ່າງຈາກກຸງໂຊລ 330 ກິໂລແມັດ ກ່ອນທີ່ຈະແຜ່ຂະຫຍາຍໄປທົ່ວພື້ນທີ່ຫຼາຍກວ່າ 84 ກິໂລແມັດມົນທົນ.

ເຮັດໃຫ້ ເຮືອນ 159 ຫລັງ ແລະ ອາຄານ 57 ອາຄານ ຖືກທໍາລາຍ ປະຊາຊົນຫລາຍກວ່າ 6,000 ຄົນຕ້ອງອົບພະຍົບທີ່.
ມາ: Yonhap