ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ພ້ອມດຽວກັນສອງຂະບວນລົມຕາເວັນຕົກໄດ້ພັດປົກຄຸມພາກເໜືອ ແລະ.
ພາກກາງດ້ວຍກຳລັງແຮງປານກາງ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກໃຕ້, ຊຶ່ງຈະເຮັດອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຈະມີຝົນໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກກາງ.
ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງ ອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫຼື້ອມ ໝາກເຫັບຕົກ.
ແລະ ລົມພັດແຮງທີ່ຈະເຮັດໃຫ້ມີ ຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປເພ່ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 2 ວັນນີ້.