ນັກບິນອາວະກາດຣັດເຊຍອາດຖືກຖອນຈາກສະຖານີອະວະກາດໂລກ.

ນັກບິນອາວະກາດຣັດເຊຍອາດຖືກຖອນຈາກສະຖານີອະວະກາດໂລກພາຍຫຼັງການຕັດສິນໃຈໃຊ້ກຳລັງທະຫານບຸກເຂົ້າບຸກຢູເຄຣນ, ຣັດເຊຍກໍໄດ້ຫ່າງເຫີນອອກຈາກປະຊາຄົມໂລກໃນຫຼາຍດ້ານ..

ສິ່ງນີ້ບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ເສດຖະກິດ ແຕ່ຍັງສົ່ງຜົນກະທົບຕໍ່ການຮ່ວມມືທາງວິທະຍາສາດ ແລະ ການສຳຫຼວດອະວະກາດໂລກອີກນຳ.

ວັນທີ 24 ກຸມພາ ທີ່ທ່ານ Dmitry Rogozin ຫົວໜ້າໜ່ວຍງານ ອະວະກາດຣັດເຊຍ ໄດ້ອອກມາເຕືອນ ກ່ຽວກັບການລົງໂທດທາງເສດຖະກິດ ຂອງອາເມຣິກາ ທີ່ມີຕໍ່ຣັດເຊຍ.

ໃນເວລານັ້ນ ທ່ານ Dmitry ອ້າງວ່າ ການກະທຳແບບນີ້ທີ່ເຮັດຕໍ່ຮັດເຊຍ ອາດນຳໄປສູ່ການທຳລາຍ ການຮ່ວມມື ຂອງຣັດເຊຍ ແລະ ໄດ້ ຂົ່ ມຂູ່ອາເມຣິກາວ່າ ການຂາດຣັດເຊຍໄປອາດເຮັດໃຫ້ ໂຄງສ້າງນໍ້າໜັກ 500 ໂຕນ (ໝາຍເຖິງ ສະຖານີອະວະກາດສາກົນ) ຕົກມາຈາກອະວະກາດໄດ້ເລີຍ.

ການປະກາດທີ່ຮຸນແຮງຄັ້ງນີ້ ໄດ້ເຮັດໃຫ້ສະຖານະການຂອງອົງການອະວະກາດຢູໂຣບໃນປັດຈຸບັນ ເກີດຄວາມສັບສົນຫຼາຍ.

ເຂົາເຈົ້າເຮັດໄດ້ພຽງແຕ່ສາມາດສະແດງຄວາມເປັນຫ່ວງກ່ຽວກັບສິ່ງທີ່ເກີດຂຶ້ນ.ຫຼ້າສຸດວັນທີ 25 ກຸມພາທີ່ຜ່ານມານີ້ ສະມາຊິກສະພາ ລັດ Texas ທ່ານ Dan Crenshaw ກໍໄດ້ອອກມາຮຽກຮ້ອງຜ່ານທາງ Twitter ວ່າໃຫ້ມີການ ປົດນັກບິນອະວະກາດຣັດເຊຍທັງໝົດອອກຈາກໂຄງການສະຖານີອະວະກາດສາກົນ ກັບຂໍ້ຄວາມວ່າ:

“ມັນຮອດເວລາແລ້ວ ທີ່ພວກເຮົາຈະຊອກຫາຄົນທີ່ຈະປ່ຽນແທນຊາວຣັດເຊຍໃນສະຖານີອະວະກາດສາກົນອອກໄປຈາກໂຄງການ ແລ້ວຝຶກອົບຮົມນັກບິນອະວະກາດຢູເຄຣນຂຶ້ນມາໃໝ່ ເພື່ອທົດແທນເຂົາເຈົ້າ ແລ້ວມາເບິ່ງກັນວ່າ Elon Musk(ນັກທຸລະກິດ ເຈົ້າຂອງ ບໍລິສັດ Tesla ແລະ SpaceX) ຈະສາມາດແກ້ໄຂ ແລະ ສ້ອມແປງອີກເຄິ່ງໜຶ່ງຂອງສະຖານີ ຈາກຣັດເຊຍ ເພື່ອບໍ່ໃຫ້ບາງສິ່ງບາງຢ່າງຕົກລົງມາຈາກອະວະກາດ”.

ແຕ່ຖ້າພວກເຮົາເວົ້າເຖິງ ຜູ້ທີ່ຈະຮູ້ສຶກກົດດັນຫຼາຍທີ່ສຸດກຸ່ມນັ້ນກໍຄົງຈະແມ່ນ ນັກບິນອະວະກາດຊາວຣັດເຊຍນັ້ນເອງ.

ເພາະວ່າໃນຂະນະທີ່ຣັດເຊຍບຸກເຂົ້າຢູເຄຣນ ທັງນັກບິນອະວະກາດຣັດເຊຍ ແລະ ອົງການ NASA ໄດ້ປະຈຳການຢູ່ສະຖານີອະວະກາດສາກົນພ້ອມກັນພໍດີເລີຍ.

Related Posts

Leave a Reply

Your email address will not be published. Required fields are marked *